ປະທານາທິບໍດີລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບສະພາບການຢູແກຼນ,Nagorny-Karavakhແລະຊີຣີ

ປະທານາທິບໍດີລັດເຊຍ,ອາເມລິກາປຶກສາຫາລືກ່ຽວກັບສະພາບການຢູແກຼນ,Nagorny-Karavakhແລະຊີຣີ - ảnh 1
ພາບປະກອບ

(vovworld) – ວັນ​ທີ 6/7, ​ໃນ​ການ​ໂອ​້ລົມ​ທາງ​ໂທລະສັບທີ່​ໄດ້​ຮັບ​ການ​ປະຕິບັດ​ຕາມ​ຂໍ້​ລິ​ເລີ່ມຂອງ​ຝ່າຍ ລັດ​ເຊຍ, ທ່ານ​ປະທານາທິບໍດີ ລັ​ດ​ເຊຍ Vladimir Putin ​ແລະ ທ່ານ​ປະທານາທິບໍດີ Barack Obama ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນວ່າ: 2 ປ​ະ​ເທດ​ພ້ອມ​ແລ້ວ​ທີ່ຈະ​ເພີ່ມ​ທະວີ​ການ​ສົມທົບ​ກັນໃນ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຢູ່ ຊີຣີ. ທ່ານ​ປະທານາທິບໍດີ Putin ກໍ່​ໄດ້​ກະຕຸກ​ຊຸກ​ຍູ້​ທ່ານ​ປະທານາ​ທິບໍດີ Obama ໜູນ​ຊ່ວຍ​ເລື່ອງ​ແບ່ງ​ແຍກ​ຝ່າຍ​ຄ້ານ “ສະຫງ່ຽມຄ່ຽມຄົມ” ຢູ່ ຊີຣີ ກັບ​ແນວ​ໂຮມ Al – Nusra, ​ເຊິ່ງ​ເຄີຍ​ຖືກ​ວັງ Kremlin ຖືວ່າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ.

        ກ່ຽວ​ກັບ​ບັນຫາ ຢູ​ແກຼນ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ຮຽກຮ້ອງ​ຄູ່​ຕຳ​ແໜ່​ງ ລັດ​ເຊຍ ປະຕິບັດ​ບັນດາ​ບາດກ້າວ​ມຸ່ງ​ໄປ​ເຖິງ​ການ​ຢຸດຕິ “ການ​ເພີ່ມ​ທະວີ​ບັນດາ​ການ​ປະ​ທະ​ກັນ​ພໍ​ສົມຄວນ” ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ທ່ານ Obama ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ຂໍ້​ຕົກລົງ Minsk ຢ່າງ​ຄົບ​ຖ​້ວນ. ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ກໍ່​ຢັ້ງຢືນ​ວ່າ: ທ່ານ​ພ້ອມ​ແລ​້ວທີ່​ຈະເພີ່ມ​ທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ​ພ​້ອມກັບ ລັດ​ເຊຍ ​ແລະ  ຝຣັ່ງ ​ເພື່ອ​ບັນລຸ​ໄດ້​ມາດ​ຕະການ​ແກ້​ໄຂ​ຮອບ​ດ້ານ​ໃຫ້​ແກ່​ການ​ປະ​ທະ​ກັນ Nagorny-Karavakh ລະຫວ່າງ Azerbaijan ​ແລະ ກຳລັງ​ແຍກ​ຕົວ ຖື​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ Armenia. ​ໃນ​ຂະນະ​ນັ້ນ, ທ່ານ​ປະທານາທິບໍດີ Putin ກໍ່ຢັ້ງຢືນ​ຄືນ​ໃໝ່​ວ່າ: Kiev ຕ້ອງປະຕິບັດຂໍ້​ຕົກລົງ​ສັນຕິພາບ Minsk ແລະ ລັດ​ເຊຍ ຫວັງ​ວ່າ​ມີ​ຄວາມ​ຄືບ​ໜ້າ​ມຸ່ງ​ໄປ​ເຖິງ​ສັນຕິພາບ​ຢູ່ Nagorny-Karavakh.


ຂ່າວ/ບົດ​ອື່ນ