ປະທານາທິບໍດິສ.ອິດສະຣາແອນແລະພັນລະຍາສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມຢ່າງຈົບງາມ

ປະທານາທິບໍດິສ.ອິດສະຣາແອນແລະພັນລະຍາສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມຢ່າງຈົບງາມ - ảnh 1
ປະທານາທິບໍດິສ.ອິດສະຣາແອນແລະພັນລະຍາສິ້ນສຸດ
ການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມຢ່າງຈົບງາມ
(ພາບ​ປະ​ກອບ: TTXVN)

(vovworld) - ​​ຕອນ​ຄ່ຳ​ວັນ​ທີ 25/03, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສ.ອິດ​ສະ​ຣາ​ແອນ​ Reuven Ruvi Rivlin ແລະ ພັນ​ລະ​ຍາ​ໄດ້​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ​ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 19 – 25/03 ຢ່າງ​ຈົບ​ງາມ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ. ທີ່​ບັນ​ດາ​ການ​ເຈ​ລະ​ຈາ, ການພົບ​ປະ​ກັບ​ບັນ​ດາ​ການ​ນຳ​ຫວຽດນາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Reuven Ruvi Rivlin ໄດ້​ພ້ອມ​ກັບ​ບັນ​ດາ​ການ​ນຳ​ຫວຽດ​ນາມ ລ້ວນ​ແຕ່​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ, ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ໄລ​ຍະ​​ຈະ​ມາ​ເຖິງກວ່າ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ. 2 ຝ່າຍ​ເຊື່ອ​ໝັ້ນ​ວ່າ, ການ​ຮ່ວມ​ມື​ ​ລະ​ຫວ່າງ 2 ລັດ​ຖະ​ບານ, ວິ​ສາ​ຫະ​ກິດ 2 ປະ​ເທດ​ ຢ່າງ​ແໜ້ນ​ແຟ້ນ ຈະນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ 2 ຝ່າຍ​ໃຫ້​ພັດ​ທະ​ນາ​ຢ່າງ​ໄວ​ກວ່າ​ອີກ, ເຫັນ​ດີ​ນຳ​ກັນ​ວາງ​ອອກ​ຄາດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້​ນ​ເຖິງ 33 ຕື້ USD ໃນ​ຊຸມ​ປີ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ