ປະທານາທິບໍດີອິນເດຍ ສິ້ນສຸດການຢ້ຽມຢາມ ຫວຽດນາມຢ່າງຈົບງາມ

ປະທານາທິບໍດີອິນເດຍ ສິ້ນສຸດການຢ້ຽມຢາມ ຫວຽດນາມຢ່າງຈົບງາມ - ảnh 1
ທ່ານ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ
ຕ້ອນຮັບ​ທ່ານ​ປ​ະທາ​ນາ​ທິບໍດີ​ສ.ອິນ​ເດຍ ​Pranab Mukherjee
(ພາບ: dantri.com.vn)


(vovworld) –   ​ຕອນ​ບ່າຍ​ວັນ​ທີ 17/9, ປະທານາທິບໍດີ​ອິ​ເດຍ Pranab Mukherjee ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ​ໂຮ່ຈິ​ມິນ, ສິ້ນສຸດ​ການ​ຢ້ຽມຢາມ​ຫວຽດນາມ​ ທາງລັດ​ຖະກິດແຕ່​ວັນ​ທີ 14-17/9/2014 ຕາມ​ຄ​ຳ​ເຊີນ​ຂອງທ່ານປະທານປະ​ເທດ​ເຈືອງ​ເຕິ​ນຊາງ ຢ່າງ​ຈົບງາມ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຂອງທ່ານປະທານປະ​ເທດ​ເຈືອງ​ເຕິ​ນຊາງ ​ແລະ ປະທານາທິບໍດີ​ອິ​ເດຍ Pranab Mukherjee ​ໄດ້​ມີ​ການ​ເຈລະຈາ ​ແລະ ອອກ​​ແຈ້ງການ​ຮ່ວມ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ແລະ ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ກໍ່​ໄດ້​ມີ​ການ​ພົບ​ປະ​ກັບປະທານາທິບໍດີ​ອິ​ເດຍ Pranab Mukherjee. ທີ່​ການ​ເຈລະຈາ, ການ​ພົບ​ປະຄັ້ງຕ່າງໆ​ລະຫວ່າງການ​ນຳຂັ້ນສູງ​ຫວຽດນາມ ​ແລະ ປະທານາ ທິບໍດີ​ອິ​ເດຍ Pranab Mukherjee, ສອງ​ຝ່າຍ​ໄດ້​​ແບ່ງປັນ​ບັນດາ​ອາລົມ​ຈິດ​ອັນ​ດີງາມ ​ແລະ ຕີ​ລາຄາ​ສູງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້​ອລະຫວ່າງ​ຫວຽດນາມ-​ອິ​ນເດຍ. ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນບັນດາ​ທິດ​ທາງ​ໃຫ່ຍ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເຮັດ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ເລິກ​ເຊິ່ງຂຶ້ນ​ຕື່ມ ​ແລະ ຊຸດ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ກ່ວາ​ອີກໃນ​​ໄລ​ຍະ​ຈະ​ມາ​ເຖິງ. ສອງ​ຝ່າຍເຫັນ​ດີ​ເປັນ​ເອກະສັນຈະ​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເ​ຊິ່ງຂຶ້ນ​ຕື່ມ, ​ໂດຍ​ຈຸດ​ສຸມ​ແມ່ນ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວິທະຍາສາດ ​ແລະ ​ເຕັກນິກ, ນ້ຳມັນ​ອາຍ​​ແກ​ດ, ວັດທະນະທຳ….
  ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 16/09, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ໄດ​້​ໃຫ້ການ​ຕ້ອນຮັບ​ທ່ານ​ປ​ະທາ​ນາ​ທິບໍດີ​ສ.ອິນ​ເດຍ ​Pranab Mukherjee ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທາ​ນປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ.

        ທີ່​ການ​ຕ້ອນຮັບ, ທ່ານ​ເລ​ແທງ​ຫາຍ ປາດ​ຖະໜາ​ວ່າ, ທ່ານ​ປ​ະທາ​ນາ​ທິບໍດີ​ ​Pranab Mukherjee ຈະ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອຊຸກຍູ້​ການ​ພົວພັນ​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ກັບ​ບັນດາທ້ອງ​ຖິ່ນ​ຂອງ​ອິນ​ເດຍ ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ແຂ​ວາງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

        ທ່ານ​ປ​ະທາ​ນາ​ທິບໍດີ​ ​Pranab Mukherjee ​ເນັ້ນ​ໜັກ​ວ່າ ​ໃນ​ວິວັດ​ການ​ພັດທະນາ​ຂອງ 2 ປະ​ເທດ, ອິນ​ເດຍ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມກັບ​ຫວຽດນາມ. ສະ​ແດງ​ການ​ສະໜັບສະໜູນທັດສະນະ​ເຊື່ອມ​ຕໍ່​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ກັບ​ບັນດາທ້ອງ​ຖິ່ນ​ຂ​ອງອິນ​ເດຍ, ທ່ານ​ປ​ະທາ​ນາ​ທິບໍດີ​ ​Pranab Mukherjee ຖື​ວ່າ ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

    ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ, ຕອນ​ບ່າຍ​ວັນ​ທີ 16/09, ທ່ານ​ປ​ະທາ​ນາ​ທິບໍດີ​ອິນ​ເດຍ ​ໄດ້​ໄປ​ຢ້ຽມຢາມ​ຫໍພິພິດ​ຕະພັນ​ຮ່ອງ​ຮອຍສົງຄາມ; ພົບ​ປະ​ກັບຊາ​ຄົມ​ວິ​ສາ​ຫະກິດ ​ແລະ ຊາວ​ອິນ​ເດຍ ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ