ປະທານາທິບໍດີອິນໂດເນເຊຍຢ້ຽມຢາມສິງກະໂປ

ປະທານາທິບໍດີອິນໂດເນເຊຍຢ້ຽມຢາມສິງກະໂປ - ảnh 1
ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo
(ພາບ: AFP/TTXVN)

(vovworld) – ​​ວັນ​ທີ 28/7, ກະຊວງ​ການຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສິງກະ​ໂປ ຂັ້ນລັດຖະກິດ​ເປັນ​ເວລະ 2 ວັນ, ​ເພື່ອ​ແນ​ໃສ່​ຊຸກຍູ​້ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ. ຄາດ​ວ່າ, ​ໃນ​ການ​ຢ້ຽມ​ຢາມ, ທ່ານ​ປະທານາທິບໍດີ Joko Widodo ຈະ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ສິງກະ​ໂປ Tony Tan Keng Yam, ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ການ​ນຳ​ວິສາ​ຫະກິດ ຄາດ​ຄະ​ເນ​ວ່າ ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ອຳ​ນວຍ​ການ​ໃຫຍ່​ກ່ວາ 150 ທ່ານຈາກ​ບັນດາ​ກຸ່ມ​ບໍລິສັດ​ໃຫຍ່ຢູ່ ສິງກະ​ໂປ. ນອກຈາກ​ບັນດາ​ບັນຫາ 2 ຝ່າຍ, ​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ​ຂັ້ນ​ສູງ 2 ປະ​ເທດກໍ​ຈະປຶກສາ​ຫາລື​ບັນຫາ​ຕ່າງໆ​ຂອງ ອາ​ຊຽນ.

      ປະຈຸ​ບັນ, ສິງກະ​ໂປ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນຂອງ ອິນ​ໂດ​ເນ​ເຊຍ​ ໃນຂົງ​ເຂດ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ. ​ໃນ​ປີ 2014, ວົງ​ເງິນ​ການ​ຄ້າ​ລະຫວ່າງ ອິນ​ໂດ​ເນ​ເຊຍ ​ແລະ ສິງກະ​ໂປ ບັນລຸ​ເກືອບ 42 ຕື້ USD.

ຂ່າວ/ບົດ​ອື່ນ