ປະທານາທິບໍດີອີຢີບ: ການເລືອກຕັ້ງສະພາແຫ່ງ ຊາດຈັດຂຶ້ນກ່ອນທ້າຍ ເດືອນ 3/2015


ປະທານາທິບໍດີອີຢີບ: ການເລືອກຕັ້ງສະພາແຫ່ງ ຊາດຈັດຂຶ້ນກ່ອນທ້າຍ ເດືອນ 3/2015 - ảnh 1

ປະທານາທິບໍດີອີຢີບ Abdel Fattah el Sisi

(ພາບ: Reuters)

(vovworld)- ​ ວັນ​ທີ 10/11, ກ່າວ​ຄຳ​ເຫັນ​ຕໍ່​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ພວມ​ຢູ່​ຢ້ຽມຢາມ​ກາຍ​ໂຣ, ປະທານາທິບໍດີ​ອີ​ຢີບ Abdel Fattah el Sisi ​ໃຫ້​ຮູ້​ວ່າ: ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດປະ​ເທດ​ນີ້​ຈະ​ຖືກ​ຈັດ​ຂຶ້ນກ່ອນ​ທ້າຍ​ເດືອນ 3/2015. ຕາມ​ທ່ານ Abdel Fattah el Sisi ​ແລ້ວ, ອີ​ຢີບ ຈະ​ບັນລຸ​ຈຸດໝາຍ​ທີ 3 ຄື​ດັ່ງ​ໄດ້​ປະກາດ​ແຜນການ​ພາຍຫຼັງ​ວັນ​ທີ 3/7/2013 ​ແມ່ນຈະ​ຈັດການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດກ່ອນ​ກອງ​ປະຊຸມ​ເສດຖະກິດ​ສາກົນ ຊື່​ງຄາດ​ວ່າ​ຈັດ​ຂຶ້ນ​ໃນ​ໄຕ​ມາດ​ທີ 1 ປີ 2015.

  ພາຍຫຼັງ​​ເຫດການ​ລັດຖະປະຫານ​ເມື່ອ​ເດືອນ 7/2013 ​ໂຄ່ນ​ລົ້ມປະທານາທິບໍດີ ອິດ​ຊະລາ​ມ Mohamed Morsi, ທ່ານ Abdel Fattah el Sisi ​ໃນ​ເວລາ​ນັ້ນ​ແມ່ນ​ຜູ້​ບັນຊາ​ການ​ທະຫານ ​ໄດ້​ປະກາດ​ແຜນການ​ການ​ເມືອງ​ລວມມີ​ການ​ຮັບຮອງ​ເອົາ​ລັດຖະ ທຳ​ມະນູນ​ສະບັບ​ໃໝ່, ຕໍ່​ຈາກ​ນັ້ນ​ແມ່ນດຳ​ເນີນການ​ເລືອກ​ຕັ້ງປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ. ຕາມ​ນັ້ນ​ແລ້ວ, ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ໄດ້​ຮັບ​ການຮັບຮອງ​ເອົາ​ເມື່ອ​ເດືອນ 1/2014, ການ​ເລືອກ​ຕັ້ງ​ປະທານ​ນາ​ທິບໍດີຊື່​ງທ່ານ Abdel Fattah el Sisi ​ໄດ້​ຮັບ​ໄຊຊະນະ​ໄດ້​ດຳ​ເນີນ​ໄປ​ໃນ​ເດ​ືອນ 5/2014 ທີ່​ຜ່ານ​ມາ. ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃໝ່​ຈະ​ແມ່ນ​ຂີດ​ໝາຍ​ສຳຄັນ​ທີ 3 ​ໃນ​ແຜນການ​ນີ້./.

ຂ່າວ/ບົດ​ອື່ນ