ປະທານາທິບໍດີອີຢີບ ຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ

ປະທານາທິບໍດີອີຢີບ ຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ - ảnh 1
ປະທານາທິບໍດີ ອີ​ຢີບ Mohamed Mosi
(ພາບອິນເຕີແນດ)

(vovworld) - ທ່ານ​ເອກ​ອັກຄະ​ລັດຖະທູດ​ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​​ແຫ່ງ ສສ​. ຫວຽດນາມ​ ປະຈຳອີ​ຢີບ  ດ່າວ​ແທ່ງ​ຈູງ ຫາ​ກໍ່​ຍື່ນ​ສານ​ຕາ​ຕັ້ງ​ຂຶ້ນ​ປະທານາທິບໍດີ ອີ​ຢີບ Mohamed Mosi . ທີ່​ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ປະ​ເທດ​ຕ່າງໆ​ທີ່​ມາ​ຮັບ​ໜ້າ​ທີ່​ການ​ທູດຢູ່​ອີ​ຢີບນັ້ນ. ປະທາ​ນາ​ທິບໍດີ​ອີ​ຢີບ ​Mohamed Mosi ໄດ້​ສະ​ແດງ​ຄວາມປາຖະໜາ​ຢາກ​ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ, ​ໃນ​ນັ້ນ​ມີ​ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ ​ຫວຽດນາມ​ ດ່າວ​ແທ່ງ​ຈູງ ກໍ່​ສົ່ງ​ຄຳ​ຢື້​ນຢາມ​ຖາມ​ຂ່າວ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ເຖິງ​ປະທານາທິບໍດີ​ Mohamed Mosi, ພ້ອມ​ທັງສະ​ແດງ​ຄວາມ​ຕັດສິນ​ໃຈຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່​ອປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ