ປະທານາທິບໍດີອາເມລິກາ Obamaແຕ່ງຕັ້ງທ່ານAshtonCarterເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ

ປະທານາທິບໍດີອາເມລິກາ Obamaແຕ່ງຕັ້ງທ່ານAshtonCarterເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ - ảnh 1
ທ່ານ Ashton Carter, ​ປະ​ທາ​ນາ​ທິ​ບໍ​ດີ Mỹ Barack Obama ​ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ​ທີ່​ການ​ປະ​ຊຸມ​ຂ່າວ
(ພາບ: WhiteHouse)

(vovworld) –  ​ວັນ​ທີ 5/12, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​ແຕ່ງ​ຕັ້ງທ່ານ​ອະ​ດີດ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ Ashton Carter, ອາ​ຍຸ 60 ປີ, ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່​ແທນ​ໃຫ້​ທ່ານ Chuck Hagel, ຜູ້​ຫາກໍ່​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ທ້າຍ​ເດືອນ​ກ່ອນ. ຖ້າ​ຫ​າກ​ສະ​ພາ​ສູງ​ໃຫ້​ສັດ​ຕະ​ຍາ​ບັນ, ທ່ານ Carter ຈະ​ແມ່ນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຜ​ູ້​ທີ 4 ​ຂອງ​​ອາ​ເມ​ລິ​ກາ​ໃນ​ອະ​ຍຸ​ການ​ຂອງທ່ານ Barack Obama. ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຫຼາຍ​ທ່ານ​ຂອງ​ທັງ 2 ພັກ​ໄດ້​ອອກ​ສຽງ​ສະ​ໜ​ັບ​ສະ​ໜູນ​ຂໍ້​ຕົກ​ລົງ​​ແຕ່ງ​ຕັ້ງ​ທ່ານ Carter. ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຄົນ​ໃໝ່​ຈະ​ເຂົ້າ​ຮ່ວມ​ກຸ່ມ​ທີ່​ປຶກ​ສາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Obama ແລະ ຈະ​ຮັບ​ຜິດ​ຊອບ​ໃນ​ການ​ຊອກ​ຫາ​ວິ​ທີ​ແກ້​ໄຂຫຼາຍ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ, ໃນ​ນັ້ນ​ມີ​ບັ້​ນ​ຮົບ​ຕ້ານ ອົງ​ການ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ​ຢູ່ ອີ​ຣັກ ແລະ ຊີ​ຣີ.

​​

ຂ່າວ/ບົດ​ອື່ນ