ປະທານາທິບໍດີອາເມລິກາ ຍົກເລີກແຜນການຢ້ຽມຢາມພະວິຫານ Taj Mahal ໃນການຢ້ຽມຢາມອິນເດຍ

ປະທານາທິບໍດີອາເມລິກາ ຍົກເລີກແຜນການຢ້ຽມຢາມພະວິຫານ Taj Mahal ໃນການຢ້ຽມຢາມອິນເດຍ - ảnh 1
​ພະ​ວິຫານ Taj Mahal
(ພາບ: THX/TTXVN)


(vovworld) – ວັນ​ທີ 24/01, ວົງ​ການ​​ເຈົ້າ​ໜ້າ​ທີ່​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ອິນ​ເດຍ ​ໃຫ້​ຮູ້​ວ່າ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຍົກເລີກ​ແຜນການ​ຢ້ຽມຢາມ​ພະ​ວິຫານ Taj Mahal ​ໃນ​ການ​ຢ້ຽມຢາມ​ອິນ​ເດຍ ​ແຕ່​ວັນ​ທີ 25 – 27/01 ຈະ​ມາ​ເຖິງ. ຕາມ​ແຜນ​ການ​ກ່ອນ​ນັ້ນ, ທ່ານ Obama ຈະ​ໄປ​ຢ້ຽມຢາມ​ພະ​ວິຫານ Taj Mahal  ພ້ອມ​ກັບ​ພັນ​ລະ​ຍາ ​ໃນ​ວັນ​ທີ 27/01, ພາຍຫຼັງ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນປະກາດ ສ.ອິນ​ເດຍ (26/01) ຢູ່ Rajpath, ​ໃຈກາງ​ນະຄອນຫຼວງ New Delhi. ບໍ່​ມີ​ເຫດຜົນ​ໃດ​ພິ​ເສດ​ໄດ້​ຍົດ​ອອກ​ມາ ​ເພື່ອ​ອະທິບາຍ​ໃຫ້ການ​ຍົກ​​ເລີກ​​ແຜນການ​ດັ່ງກ່າວ, ​ແຕ່​ວ່າ, ຕາມ​ໜັງ​ສືພິມ Hindustan Time ຂອງ​ດິນ​ເດຍ, ທ່ານ Obama ຍົກ​ເລີກສ່ວນ​ໜຶ່ງ​​ແຜນການ​ຢ້ຽມຢາມ​ອິນ​ເດຍ ​ເພື່ອ​ໄປ ຊະ​ອຸ​ດີ ອາຣາ​ເບຍ ພາຍຫຼັງກະສັດ Abdullah ​ເຖິງ​ແກ່​ມໍລະນະ​ກຳ.

        ​ໃນ​ເຫດການ​ທີ່​ກ່ຽວຂ້ອງ, ​ຄໍ່າ​ຄືນ​ວັນ​ທີ 24/01, ກົມ​ສືບ​ລາຊະການ​ລັບ​ອິນ​ເດຍ ​​ໄດ້​ອອກ​ຄຳ​ສັ່ງເຕື່ອນ​ໄພ​ກັບ​ຕຳຫຼວດ Delhi ກ່ຽວ​ກັບ​ໄພ​ກໍ່​ການ​ຮ້າຍ, ພາຍຫຼັງ​ພຽງ 2 – 3 ຊົ່ງ​ໂມງ​ທີ່​ການ Obama ​ເດີນທາງ​ອອກ​ຈາກ​ອາ​ເມ​ລິ​ກາ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ອິນ​ເດຍ​ ​​ແຕ່​ວັນ​ທີ 25 – 27/01.

ຂ່າວ/ບົດ​ອື່ນ