ປະທານາທິບໍດີອາເມລິກາBarackObamaສິ້ນສຸດການຢ້ຽມຢາມຫວຽດນາມ

ປະທານາທິບໍດີອາເມລິກາBarackObamaສິ້ນສຸດການຢ້ຽມຢາມຫວຽດນາມ - ảnh 1
ປະທານາທິບໍດີອາເມລິກາBarackObamaສິ້ນສຸດການຢ້ຽມຢາມຫວຽດນາມ
(ພາບ: Zing)

(vovworld) – ຕອນ​ບ່າຍ​ວັນ​ທີ 25/5, ທ່ານ​ປະທາ​ນາ​ທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ເດີນທາງ​ອອກ​ຈາກ ຫວຽດນາມ ສິ້ນ​ສຸດ​ການ​ຢ​້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຢ່າງ​ຈົບງາມ ​ແຕ່​ວັນ​ທີ 23 – 25/5. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ນາງ​ປ​ະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ພົບ​ປະ, ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ Barack Obama. ທີ່​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ, 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະກາ​ນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມ​ີຄວາມ​ສົນ​ໃຈ. ທ່ານ​ປະທານາທິບໍດີ Obama ຖະ​ແຫຼ​ງປະກາດ ອາ​ເມ​ລິ​ກາ ຍົກ​ເລີກຄຳ​ສັ່ງ​ຂວຳ້​ບາດດ້ານ​ອາວຸດ​​ຢ່າງ​ສົມບູນ​​ໃຫ້ ຫວຽດນາມ. ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ປະທານາທິບໍດີ Barack Obama ​ເປັນ​ປະທານ​ການ​ປະຊຸມ​ຂ່າວ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຂ່າວ​ນັບ​ຮ້ອຍ​ຄົນ. ການ​ນຳ 2 ທ່ານ​ໄດ້​ຕອບ​ຄຳ​ຖາມ​ມີ​ຫຼາຍ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ການ​ພົວພັນ 2 ຝ່າຍ, ການ​ຮ່ວມ​ມື​ໃນ​ຂົງ​ເຂດຫຼາຍ​ຝ່າຍ, TPP.

        ​ໃນ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ.

        ທ່ານ Barack Obama ມີ​ບົດ​ກ່າວປາ​ໄສ​ເປັນ​ເວລາ 30 ນາທີ ຕໍ່ໜ້າ​ນັກ​ປັນຍາ​ຊົນ, ນັກ​ສຶກສາ ​ແລະ ນັກທຸລະກິດ ຫວຽດນາມ ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ຮ່າ​ໂນ​້ຍ.

        ທີ່​ນະຄອນ ​ໂຮ່ຈີ​ມິນ, ພາຍຫຼັງ​ຢ້ຽມຢາມ​ວັດ ງອກ​ຮ່ວາງ ມີ​ອາຍຸ 100 ປີ, ທ່ານ​ປະທານາທິບໍດີ Obama ​ໄດ້​ລົງ​ຢ້ຽມຢາມ ​ແລ​ະ ​ໂອ້​ລົມ​ກັບ ​ໂງ​ຮິ່ງງອກ​ແຄ໋ງ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດ​ສາດ ນະຄອນ​ໂຮ່ຈີ​ມິນ ກ່ຽວ​ກັບ​ຜະລິດ​ຕະພັນ​ຕັດ ​laser. ຫຼັງ​ຈາກ​ນັ້ນ, ທ່ານ Obama ​ມີ​ບົດ​ກ່າວ​ປາ​ໄສ​ຕໍ່ໜ້າ​ວິ​ສາ​ຫະກິດ, ນັກທຸລະກິດໜຸ່ມ 100 ຄົນຂອງ ຫວຽດນາມ.

        ສິ້ນ​ສຸດ​ການ​ໂອ້​ລົມ​ສົນທະນາ, ທ່ານ Obama ​ແລະ ຄະນະ​ໄດ້​ເດີນທາງ​ໄປ​ສະໜາມ​ບິນ ​ເຕີນ​ເຊີນ​ເຍີ​ດ ​ເພື່ອ​ໄປ ຍີ່ປຸ່ນ, ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ຈົບງາມ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ​່ນດ້າຍ​ກວາງ.


ຂ່າວ/ບົດ​ອື່ນ