ປະທານາທິບໍດີອາເມລິກາປະກາດຮ່າງງົບປະມານ “ພື້ນຖານໃໝ່ໃຫ້ແກ່ຄວາມຍິ່ງໃຫຍ່ຂອງອາເມລິກາ”

(VOVWORLD) - ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດຮ່າງງົບປະມານຄົບຖ້ວນສະບັບທຳອິດຂອງຕົນດ້ວຍຊື່ເອີ້ນວ່າ “ພື້ນຖານໃໝ່ໃຫ້ແກ່ຄວາມຍິ່ງໃຫຍ່ຂອງອາເມລິກາ”, ດ້ວຍລະດັບຫຼຸດຜ່ອນງົບປະມານເຖິງ 3.600 ຕື້ USD ໃນຮອບ 10 ປີຈະມາເຖິງ ເພື່ອແນໃສ່ຮັບປະກັບຄວາມດຸ່ນດ່ຽງໃຫ້ງົບປະມານສະຫະລັດ, ເຖິງຢ່າງໃດກໍ່ຕາມ, ລາຍຈ່າຍໃຫ້ແກ່ການປ້ອງກັນຊາດຍັງເພີ່ມຂຶ້ນຢ່າງແຮງ.

ປະທານາທິບໍດີອາເມລິກາປະກາດຮ່າງງົບປະມານ “ພື້ນຖານໃໝ່ໃຫ້ແກ່ຄວາມຍິ່ງໃຫຍ່ຂອງອາເມລິກາ” - ảnh 1

ທ່ານປະທານາທິບໍດີອາເມລິກາ Donald Trump  

(ພາບ: AFP/TTXVN) 

ຕາມຮ່າງງົບປະມານທີ່ໄດ້ປະກາດໃນວັນທີ 23 ພຶດສະພາ, ທ່ານ Trump ສະເໜີເພີ່ມງົບປະມານ 10% ໃຫ້ທຳນຽບ 5 ແຈ, ນອກຈາກເພີ່ມງົບປະມານໃຫ້ການປ້ອງກັນປະເທດແລ້ວ, ບັນດາຂົງເຂດອື່ນຖືກຕັດລົງຢ່າງແຮງຄື: ກະຊວງການຕ່າງປະເທດ, ອົງການຮັກສາສິ່ງແວດລ້ອມ ແລະ ບັນດາໂຄງການຮັບປະກັນຊີວິດສັງຄົມ, ມຸ່ງໄປເຖິງການປະຢັດ 3.600 ຕື້ USD ໃນຮອບ 10 ປີ. ນີ້ໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມຄັ້ງທຳອິດຂອງທ່ານປະທານາທິບໍດີ Donald Trump ເພື່ອແນໃສ່ຄວບຄຸມລາຍຈ່າຍງົບປະມານສະຫະລັດ ແລະ ກັບຄືນສູ່ສະພາບດຸ່ນດ່ຽງໃນ 1 ທົດສະວັດ.

ຕອບກັບ

ຂ່າວ/ບົດ​ອື່ນ