ປະທານາທິບໍດີອາເມລິກາເລີ່ມຕົ້ນການຢ້ຽມຢາມກູບາຢ່າງເປັນທາງການ

ປະທານາທິບໍດີອາເມລິກາເລີ່ມຕົ້ນການຢ້ຽມຢາມກູບາຢ່າງເປັນທາງການ - ảnh 1
ທ່ານ Barack Obama, ປະທານາທິບໍດີ ອາ​ເມ​ລິ​ກາ
(ພາບ: Reuters)

(vovworld) – ຕອນ​ບ່າຍ​ວັນ​ທີ 20/3, ທ່ານ Barack Obama, ປະທານາທິບໍດີ ອາ​ເມ​ລິ​ກາ ​ ​ແລະ ພັນ​ລະ​ຍາ​ໄດ້​ເຖິງ​ສະໜາມ​ບິນສາກົນ Jose Marti, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ​ເປັນ​​ເວລາ 3 ວັນ. ນີ້​ແມ່ນ​ການ​ຢ້ຽມຢາມ​ທາງ​ການ​ທຳ​ອິດ​ຂອງ​ປະມຸກ​ລັດ ອາ​ເມ​ລິ​ກາ ພວມ​ດຳລົງ​ຕຳ​ແໜ່​ງ​​ເຖິງ ກູ​ບາ ນັບ​ແຕ່​ເມື່ອ​ທ່ານ​ປະ​ທາ​ນາ​ທິບໍດີ Calvin Coolidge ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທົ່ວ​ທະວີບ ອາ​ເມ​ລິກາ ຄັ້ງ​ທີ 6 ຢູ່ ກູ​ບາ ​ເມື່ອ​ເດືອນ 1/1928.

        ຕາມ​ລາຍການ​​ແລ້ວ, ທ່ານ​ປະທານ ກູ​ບາ Raul Castro ຈະ​ເປັນ​ປະທານ​ພິທີ​ຕ້ອນຮັບ​ທ່ານ​ປະທານາທິບໍດີ Obama ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 21/3 (​ຕາມ​ເວລາ ກູ​ບາ), ຫຼັງ​ຈາກ​ນັ້ນ, ປະມຸກ​ລັດ 2 ທ່ານ​ຈະ​ເຈລະຈາ ​ແລະ ອອກ​ຖະ​ແຫຼງການ​ຮ່ວມ. ລາຍການ​ເຄື່ອນ​ໄຫວ​ຂອງ​ທ່ານ Barack Obama ຢູ່ ກູ​ບາ ລວມມີ: ການ​ຢ້ຽມຢາມ​ຄຸ້ມ​ເມືອງເກົ່າ ຢູ່​ນະຄອນຫຼວງ ລາ​ຮາ​ວານ, ປາຖະກະຖາ​ຢູ່​ໂຮງ​ລະຄອນ Alicia Alonso ​ແລະ ​ການ​ເຄື່ອນ​ໄຫວ​ຈຳ​ນວນ​ໜ່ຶງ…


ຂ່າວ/ບົດ​ອື່ນ