ປະທານາທິບໍດີອາເມລິກາແຈ້ງແຜນການລົງນາມໃນ NAFTA ໃໝ່

(VOVWORLD) -ວັນທີ 01 ຕຸລາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ດຳເນີນກອງປະຊຸມຂ່າວກ່ຽວກັບເລື່ອງ ອາເມລິກາ, ການາດາ ແລະ ເມັກຊີໂກ ຫາກໍ່ບັນລຸໄດ້ສັນຍາອາເມລິກາ - ເມັກຊີໂກ - ການາດາ (USMCA), ປ່ຽນແທນສັນຍາການຄ້າເສລີອາເມລິກາເໜືອ (NAFTA) ທີ່ໄດ້ຄົງຕົວເປັນເວລາ 25 ປີຜ່ານມາ.

ກ່າວຄຳເຫັນທີ່ກອງປະຊຸມຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ, ອາເມລິກາ, ການາດາ ແລະ ເມັກຊີໂກ ສາມາດລົງນາມໃນສັນຍາສະບັບນີ້ໃນທ້າຍເດືອນ ພະຈິກ ຈະມາເຖິງ. ຕາມທ່ານແລ້ວ, ສັນຍາສະບັບໃໝ່ຈະຊ່ວຍສ້າງວຽກເຮັດງານທຳນັບພັນໆວຽກຢູ່ອາເມລິກາ, ບັນດາປະເທດໄດ້ເຫັນດີຕໍ່ບັນດາຂໍ້ມາດຕາທີ່ກ່ຽວຂ້ອງເຖິງບັນຫາແຮງງານ, ປົກປ້ອງຂາຊັບສິນທາງປັນຍາ ແລະ ສິ່ງແວດລ້ອມ. USMCA ຈະຊ່ວຍນຳອາເມລິກາເໜືອ ກາຍເປັນ “ພາກພື້ນຜະລິດທີ່ເຂັ້ມແຂງ”.

ຕອບກັບ

ຂ່າວ/ບົດ​ອື່ນ