ປະທານາທິບໍດີອາເມລິກາໃຫ້ຄຳໝັ້ນສັນຍາຮັບປະກັນຄວາມສະຫງົບໃຫ້ແກ່ອິດສະຣາແອນ

ປະທານາທິບໍດີອາເມລິກາໃຫ້ຄຳໝັ້ນສັນຍາຮັບປະກັນຄວາມສະຫງົບໃຫ້ແກ່ອິດສະຣາແອນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama
(ພ​າບ: AFP/TTXVN)

(vovworld) –  ​ວັນ​ທີ 23/5, ກ່າວ​ຄຳ​ເຫັນ​ເມື່ອ​ໄປ​ຢ້ຽມ​ຢາມ​ໜຶ່ງ​ໃນ​ບັນ​ດາ​ໂບດ ຂອງ​ຊາວ​ຢິວ​ແຫ່ງ​ໃຫຍ່​ສຸດຢ​ູ່ ວໍ​ຊິ​ງ​ຕັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໃຫ້​ຮູ້ວ່າ: ຂໍ້​ຕ​ົກ​ລົງ​​ແມ່ດ້າ​ນ​ນິວ​ເຄຼຍ​ບັນ​ລຸ​ໄດ້​ໃນ​ເດືອນ​ກ່ອນ​ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ: 5 ປະ​ເທດ​ກຳ​ມະ​ການ​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ແມ່ນ ອາ​ເມ​ລິ​ກາ, ອັງ​ກິ​ດ, ຝ​ຣັ່ງ, ລັດ​ເຊຍ ແລະ ຈີນ ພ້ອມ​ກັບ ເຢຍ​ລະ​ມັນ) ໄດ້​ປະ​ກອບ​ສ່ວນ “ຢຸດ​ຕິ” ບາງ​ບາດ​ກ້າວ​ເດີນໃນ​ໂຄງ​ການ​ນິວ​ເຄຼຍ​ທີ່ກໍ່​ຄວາມ​ຖົກ​ຖຽງ​ກັນ​ຂອງ​ປະ​ເທດ ສ. ອິດ​ສະ​ລາ​ມ ອີ​ຣານ. ທ່ານ Obama ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ຈະ​ປົກ​ປ້ອງ​ຄວາມ​ສະ​ຫງົບ​​ໃຫ້​ປະ​ເທດ​ພັນ​ທະ​ມິດ ອິດ​ສະ​ຣາ​ແອນ ແລະ ລົບ​ລ້າງ​ທຸກໆ​ເສັ້ນ​ທາງ​ອະ​ນຸ​ຍາດ​ໃຫ້ ເຕ​ເຮ​ຣານ ມຸ່ງ​ໄປ​ເຖິງ​ການ​​ມີ ນິວ​ເຄຼຍ ໃນ​ຄອບ​ຄອງ. ການ​ກະ​ທຳ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທຳ​ນຽບ​ຂາວ ເພື່ອ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ໄລ​ຍະ​ມໍ່ໆ​ມານີ້​ກັບ​ປະ​ເທດ​ພັນ​ທະ​ມິດ ອິດ​ສະ​ຣາ​ແອນ ​ຊຶ່ງກ່ຽວ​ຂ້ອງ​ເຖິງວິ​ທີ​ສ​ຳ​ພັດ​ໃໝ່​ຂອງ ອາ​ເມ​ລິ​ກາ ໃນ​ບັນ​ຫາ​ນິວ​ເຄຼຍ.


ຂ່າວ/ບົດ​ອື່ນ