ປະທານແນວໂຮມປະເທດຊາດຕ້ອນຮັບປະທານສະພາສັງຄະລາດຫວຽດນາມ

ປະທານແນວໂຮມປະເທດຊາດຕ້ອນຮັບປະທານສະພາສັງຄະລາດຫວຽດນາມ - ảnh 1
(ປະທານແນວໂຮມປະເທດຊາດ
ຕ້ອນຮັບປະທານສະພາສັງຄະລາດຫວຽດນາມ)

(vovworld) - ທີ່​ການ​ຕ້ອນຮັບ​ສັງຄະ​ນາຍົກ ຟາ​ວ​ໂລ ບູ່​ຍວັນ​ດອກ, ປະທານ​ສະພາ​ສັງຄະ​ລາດ​ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 5/2, ຢູ່​ ຮ່າ​ໂນ້ຍ, ທ່ານປະທານຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ຕັ້ງ​ຫນ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ໂບດ​ວາ​ຕີ​ກັງ​ ໃນ​ໄລຍະ​ຜ່ານ​ມາ, ທ່ານປະທານ ຫງວຽນ​ທ້ຽນ​ເຍິນ ກໍ່ຕີ​ລາຄາ​ສູງ​ສານ​ຂອງ​ສັນຕະປາປາ ກ່ຽວ​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ, ພ້ອມ​ທັງ​ສະ​ເໜີ​ບັນດາ​ທ່ານ​ໃນ​ຄະນະ​ປະຈຳ​ສະພາ​ສັງຄະ​ລາດ ຫວຽດນາມ, ດ້ວຍ​ອິດ​ທິພົນ, ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ຕົນ​ ຈະ​ສົມທົບ​ກັນ​ເປັນ​ປະຈຳ​ກັບ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ, ສືບ​ຕໍ່​ຂົນຂວາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຄຸນ​ພໍ່, ຊາວ​ຄິດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​​ສັງຄົມ ກໍ່​ຄື​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ…

ສ່ວນສັງຄະ​ນາຍົກ ຟາ​ວ​ໂລ ບູ່​ຍວັນ​ດອກກໍ່​ສົ່ງ​ຄຳ​ອວຍພອນ​ເຖິງ​ຄະນະ​ປະຈຳ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ປີ​ໃໝ່​ມີ​ຄວາມ​ຜາ​ສຸກ, ປະສົບ​ແຕ່​ຄວາມ​ໂຊກ​ດີ, ອວຍພອນ​ປະ​ເທດ​ຊາດ​ໃຫ້​ພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ດ້ານ ​ແລະ ວັດທະນາ​ຖາວອນ.

 

ຂ່າວ/ບົດ​ອື່ນ