ປະທານແນວໂຮມປະເທດຊາດເຈີ່ນແທງເມີນຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີປະຈຳຫວຽດນາມ

(VOVWORLD) -ວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອົດສະຕາລີປະຈຳຫວຽດນາມ Craig Chitick ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.

ປະທານແນວໂຮມປະເທດຊາດເຈີ່ນແທງເມີນຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີປະຈຳຫວຽດນາມ - ảnh 1 ທ່ານປະທານແນວໂຮມປະເທດຊາດເຈີ່ນແທງເມີນ

ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີປະຈຳຫວຽດນາມ

(ພາບ: tapchimattran.vn)

ທີ່ບັນດາການເຮັດວຽກ, ທ່ານເອກອັກຄະລັດຖະທູດ Craig Chitick ຢືນຢັນວ່າ, ໃນໄລຍະຈະມາເຖິງ, ໂຄງການພັດທະນາຂອງອົດສະຕາລີ ຢູ່ຫວຽດນາມ ຈະເອົາໃຈໃສ່ເຖິງບັນດາການເຄື່ອນໄຫວລະຫວ່າງລັດຖະບານອົດສະຕາລີ ແລະ ຫວຽດນາມ ກວ່າອີກ, ຮ່ວມສຳພັນລະຫວ່າງບັນດາມະຫາວິທະຍາໄລ ແລະ ລະຫວ່າງບັນດາບໍລິສັດຂອງ 2 ປະເທດ. ອົດສະຕາລີ ກໍ່ໃຫ້ຄຳໝັ້ນສັນຍາຈະຍົກອອກຍຸດທະສາດມີຫົວຄິດປະດິດສ້າງຢູ່ຫວຽດນາມ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ, ຫວຽດນາມ ສາມາດນຳໃຊ້ໂອກາດເພື່ອຍູ້ແຮງວິວັດທະນາການປະຕິວັດເຕັກໂນໂລຊີ 4.0 ແລະ ອົດສະຕາລີ ຈະກາຍເປັນຄູ່ຮ່ວມມືດີທີ່ສຸດຂອງຫວຽດນາມ. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີນ ເຊື່ອໝັ້ນວ່າ, 2 ປະເທດຫວຽດນາມ - ອົດສະຕາລີ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ເປັນເອກະພາບບັນດາເນື້ອໃນທີ່ໄດ້ຍົກອອກມາທີ່ກອງປະຊຸມຂັ້ນສູງ APEC (ໃນເດືອນ ພະຈິກ 2017), ເປີດທິດທາງຮ່ວມມືໃໝ່ຢ່າງຮອບດ້ານລະຫວ່າງ 2 ປະເທດ ແລະ ການພົວພັນຫວຽດນາມ - ອົດສະຕາລີ ຈະມີບັນດາບາດກ້າວໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ