ປະທານໂຮ່ຈີມິນໃນດວງໃຈຊາວອີຢີບ

(VOVWORLD) -ຊາວອີຢີບ-ອາຟຼີກາເໜືອ ຍາມໃດກໍ່ເຕື້ອງເຖິງຄຳວ່າ: “ຫວຽດນາມ-ໂຮ່ຈີມິນ” ດ້ວຍຄວາມນິຍົມ, ເຄົາລົບນັບຖືຢ່າງສູງ. ຊາວອີຢີບ ເກືອບທັງໝົດລ້ວນແຕ່ຮູ້ຈັກຫວຽດນາມ ແລະ ປະທານໂຮ່ຈີມິນ. ນັບແຕ່ຊຸມວັນທຳອິດທີ່ເດີນທາງໄປຊອກຫາເສັ້ນທາງກູ້ຊາດ, ປະທານໂຮ່ຈີມິນ ໄດ້ແວ່ຢາມປະເທດອີຢີບ ແລ້ວ ແລະ ຫຼັງຈາກນັ້ນ ເພິ່ນກໍ່ໄດ້ໄປຢ້ຽມຢາມປະເທດນີ້ອີກ 2 ເທື່ອ.
ປະທານໂຮ່ຈີມິນໃນດວງໃຈຊາວອີຢີບ - ảnh 1  ທ່ານ Nuri Abdel ປະທານຄະນະກຳມະການສາມັກຄີອາຊີ-ອາຟຼີກາ

ນັ້ນແມ່ນພະຍານຫຼັກຖານປະຫວັດສາດພິສູດໃຫ້ເຫັນຄວາມສາມັກຄີ ສະໜິດຕິດພັນຂອງນ້ຳໃຈມິດຕະພາບ ຫວຽດນາມ ແລະ ອີຢີບ. ທ່ານ Reda El Taify ເອກອັກຄະລັດຖະທູດອີຢີບ ປະຈຳຫວຽດນາມ ຢືນຢັນວ່າ:

ພວກຂ້າພະເຈົ້າເຄົາລົບນັບຖືປະທານໂຮ່ຈີມິນ ທີ່ສຸດ. ເພິ່ນແມ່ນໜຶ່ງໃນບັນດາການນຳໃນໂລກທີ່ມີບົດບາດສຳຄັນທີ່ສຸດ ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ການເສຍສະຫຼະອັນໃຫ່ຍຫຼວງຂອງເພິ່ນ ໄດ້ປະກອບສ່ວນສ້າງເປັນປະຫວັດສາດຫວຽດນາມ. ປະຊາຊົນໂລກ ແລະ ຊາວອີຢີບ ບໍ່ມີວັນທີ່ຈະຫຼົງລື່ມໄດ້ບົດບາດຂອງປະທານໂຮ່ຈີມິນ-ການນຳຜູ້ປີຊາສາມາດ”.

   ທ່ານ Nuri Abdel ປະທານຄະນະກຳມະການສາມັກຄີອາຊີ-ອາຟຼີກາ, ເຖິງວ່າມີອາຍຸ 90 ປີແລ້ວກໍ່ຕາມແຕ່ຍັງຈື່ຈຳ ແລະ ມີຄວາມເອກະອ້າງທະນົງໃຈທີ່ໄດ້ພົບປະກັບປະທານໂຮ່ຈີມິນເມື່ອປີ 1950 ຢູ່ປະເທດຈີນ. ສຳລັບທ່ານແລ້ວ, ປະທານໂຮ່ຈີມິນ ແມ່ນການນຳຜູ້ມີຄວາມປີຊາສາມາດແຕ່ລຽບງ່າຍ, ມີຄວາມສະຫນິດຕິດພັນກັບປະຊາຊົນ.

ຂ້າພະເຈົ້າເຄີຍພົບປະກັບການນຳໃຫ່ຍ ແລະ ມີຜົນສະທ້ອນໃນໂລກຫຼາຍທ່ານແລ້ວ. ແຕ່ໃນຄາວນັ້ນ, ປະທານໂຮ່ຈີມິນ ແມ່ນການນຳອັນດັບໜຶ່ງຂອງໂລກຫຼັງສົງຄາມໂລກຄັ້ງທີ 2 ດ້ວຍໄຊຊະນະຂອງທະຫານແດງໂຊວຽດ. ເພິ່ນໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ການຕໍ່ສູ້ປົດປ່ອຍຊາດ ແຕ່ເພີ່ນແມ່ນຜູ້ມີຊີວິດທີ່ລຽບງ່າຍ ແລະ ຍາມໃດກໍ່ຮັກແພງປະຊາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ