ປະສານສົມທົບບັນຫາຄວາມສະເໝີພາບລະຫວ່າງ ຍິງ - ຊາຍໃນບັນດານະໂຍບາຍແຮງງານ ແລະ ວຽກເຮັດງານທຳ

(VOVWORLD) - ວັນທີ 05 ຕຸລາ, ທີ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສົມທົບກັບອົງການແຮງງານສາກົນ (ILO) ປະຈຳ ຫວຽດນາມ
ປະສານສົມທົບບັນຫາຄວາມສະເໝີພາບລະຫວ່າງ ຍິງ - ຊາຍໃນບັນດານະໂຍບາຍແຮງງານ ແລະ ວຽກເຮັດງານທຳ - ảnh 1 ທ່ານ ຢວານເມົ້າຢ້ຽບ ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົງ

ຈັດຕັ້ງກອງປະຊຸມສຳມະນາ “ປະສານສົມທົບບັນຫາສະເໝີພາບລະຫວ່າງ ຍິງ - ຊາຍ ໃນບັນດານະໂຍບາຍແຮງງານ ແລະ ວຽກເຮັດງານທຳ ແນໃສ່ຊຸກຍູ້ວຽກເຮັດງານທຳໝັ້ນຄົງ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຢວານເມົ້າຢ້ຽບ ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົງ ໃຫ້ຮູ້ວ່າ:

        “ຢູ່ ຫວຽດນາມ, ເລື່ອງປະສານສົມທົບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ໃນກົດໝາຍແມ່ນຄວາມຮຽກຮ້ອງບັງຄັບໃນກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ. ສະເພາະຢູ່ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ, ເລື່ອງປະສານສົມທົບຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄດ້ປະຕິບັດໃນວິວັດການສ້າງ ແລະ ປັບປຸງປະມວນກົດໝາຍວ່າດ້ວຍແຮງງານຂອງ ຫວຽດນາມ, ກົດໝາຍວ່າດ້ວຍວຽກເຮັດງານທຳ, ກົດໝາຍວ່າດ້ວຍຄວາມປອດໄພໃນການອອກແຮງງານ ແລະ ກົດໝາຍວ່າດ້ວຍປະກັນໄພສັງຄົມ. ຕາມພຶດຕິກຳຕົວຈິງແລ້ວ ເລື່ອງປະສານສົມທົບບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄດ້ຮັບການປະຕິບັດໃນຕະຫລອດວິວັດການສ້າງເອກະສານນິຕິກຳຢ່າງເຂັ້ມງວດ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປະກອບຄຳເຫັນ, ຍົກອອກບັນດາມາດຕະການ ແນໃສ່ກວດກາຄືນສະພາບປະຕິບັດການປະສານສົມທົບເພດເຂົ້າໃນບັນດານະໂຍບາຍແຮງງານ ແລະ ວຽກເຮັດງານທຳໃນ ອາຊຽນ, ບັນດາສິ່ງທ້າທາຍ ແລະ ຫຍຸ້ງຍາກໃນວິວັດແຫ່ງການປະຕິບັດ

ຕອບກັບ

ຂ່າວ/ບົດ​ອື່ນ