ປະເທດ ອັງກິດ ກ້າວເຂົ້າສູ່ການເລືອກຕັ້ງ “ສຳຄັນທີ່ສຸດ”

(VOVWORLD) - ວັນທີ 12 ທັນວາ, ລາຊະອານາຈັກ ອັງກິດ ກ້າວເຂົ້າສູ່ການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ ເຊິ່ງທັງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ກັບຄູ່ແຂ່ງຕົ້ນຕໍແມ່ນການນຳພັກແຮງງານຝ່າຍຄ້ານ Jeremy Corbyn ລ້ວນແຕ່ໃຫ້ຂໍ້ສັງເກດວ່າ ການເລືອກຕັ້ງແມ່ນສຳຄັນທີ່ສຸດ, ສົ່ງຜົນກະທົບໃຫຍ່ຫລວງເຖິງວິວັດທະນາການ Brexit ແລະ ອະນາຄົດຂອງປະເທດ ອັງກິດ.

        ສະຖານທີ່ເລືອກຕັ້ງກ່ວາ 40 ພັນບ່ອນໃນທົ່ວລາຊະອານາຈັກ ອັງກິດ ໄດ້ເປີດປະຕູໃນເວລາ 8 ໂມງເຊົ້າວັນທີ 12 ທັນວາ ຕາມເວລາ ລອນດອນ ເພື່ອຮັບໃຊ້ຜູ້ມີສິດເລືອກຕັ້ງກ່ວາ 46 ລ້ານຄົນໄປປ່ອນບັດເລືອກຕັ້ງເອົາບັນດາສະມາຊິກລັດຖະສະພາທີ່ຕາງໜ້າໃຫ້ 650 ຫົວໜ່ວຍເລືອກຕັ້ງໃນທົ່ວລາຊະອານາຈັກ ອັງກິດ ດ້ວຍອາຍຸການ 5 ປີຈະມາເຖິງ. ໝາກຜົນເບື້ອງຕົ້ນຈະໄດ້ປະກາດໃນເວລາ 22 ໂມງຕາມເວລາທ້ອງຖິ່ນ.

        ນີ້ແມ່ນການເລືອກຕັ້ງທົ່ວປະເທດ ເຊິ່ງໄດ້ຈັດຕັ້ງກ່ອນກຳນົດເວລາ ພາຍຫລັງວິວັດທະນາການ Brexit ໃນກ່ວາ 3 ປີຜ່ານມາ ໄດ້ຍູ້ໃຫ້ລາຊະອານາຈັກ ອັງກິດ ຕົກເຂົ້າສູ່ວິກິດການດ້ານການເມືອງຮອບດ້ານ ແລະ ມີສະຖານະການດ້ານການເມືອງຈົນຕາແຈ, ໃນຂະນະທີ່ບໍ່ມີກຳລັງໃດ, ເຖິງວ່າແມ່ນພັກນິຍົມຮັກສາເດີມກຳອຳນາດຂອງທ່ານນາຍົກລັດຖະມົນຕີ Boris Johnson ຫຼື ບັນດາພັກຝ່າຍຄ້ານ, ສາມາດກວມເອົາທີ່ນັ່ງສ່ວນຫລາຍຢູ່ລັດຖະສະພາ ອັງກິດ ເພື່ອຍົກອອກຄຳຕັດສິນສຸດທ້າຍ ກ່ຽວກັບເລື່ອງປະເທດ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ