ປາກິດສະຖານ ແກ່ຍາວເວລາກັກຕົວທ່ານອະດີດນາຍົກລັດຖະມົນຕີ Imran Khan

(VOVWORLD) - ທ່ານ Khan ຖືກກ່າວຜູກໂທດເຜີຍຄວາມລັບຂອງຊາດ ຍ້ອນໄດ້ເປີດເຜີຍເນື້ອໃນຈົດໝາຍລັບຂອງທ່ານເອກອັກຄະລັດຖະທູດ ປາກິດສະຖານ ປະຈຳ ອາເມລິກາ ສົ່ງກັບມາປະເທດ ແລະ ນຳໃຊ້ຈົດໝາຍສະບັບນີ້ເພື່ອຫາຜົນປະໂຫຍດທາງການເມືອງ.
ປາກິດສະຖານ ແກ່ຍາວເວລາກັກຕົວທ່ານອະດີດນາຍົກລັດຖະມົນຕີ Imran Khan - ảnh 1ທ່ານອະດີດນາຍົກລັດຖະມົນຕີ Imran Khan
(ພາບ: IRNA/TTXVN)

ວັນທີ 30 ສິງຫາ, ສານແຫ່ງໜຶ່ງຂອງ ປາກິດສະຖານ ໄດ້ແກ່ຍາວເວລາກັກຕົວອະດີດນາຍົກລັດຖະມົນຕີ Imran Khan ຕື່ມອີກ 14 ວັນ ເພື່ອສືບສວນດ້ວຍການກ່າວຫາເຜີຍຄວາມລັບຂອງຊາດ. ທ່ານ Naeem Panjutha, ທະນາຍຄວາມຂອງທ່ານ Khan ໃຫ້ຮູ້ວ່າ: ສານພິເສດແຫ່ງໜຶ່ງໄດ້ດຳເນີນການພິພາກສາໃນຄຸກ Attock, ເຊິ່ງເປັນບ່ອນທີ່ທ່ານ Khan ພວມຖືກກັກຂັງກ່ຽວກັບໂທດສໍ້ລາດບັງຫຼວງ.

        ກ່ອນໜ້ານັ້ນ, ຕາມອົງການສືບສວນແຫ່ງລັດ (FIA), ທ່ານ Khan ຖືກກ່າວຜູກໂທດເຜີຍຄວາມລັບຂອງຊາດ ຍ້ອນໄດ້ເປີດເຜີຍເນື້ອໃນຈົດໝາຍລັບຂອງທ່ານເອກອັກຄະລັດຖະທູດ ປາກິດສະຖານ ປະຈຳ ອາເມລິກາ ສົ່ງກັບມາປະເທດ ແລະ ນຳໃຊ້ຈົດໝາຍສະບັບນີ້ເພື່ອຫາຜົນປະໂຫຍດທາງການເມືອງ.

        ທ່ານອະດີດນາຍົກລັດຖະມົນຕີ Khan ຖືກກັກຂັງນັບແຕ່ວັນທີ 5 ສິງຫາ, ພາຍຫຼັງທີ່ສານໄດ້ຕັດສິນລົງໂທດຈຳຄຸກເປັນເວລາ 3 ປີ ຍ້ອນບັນດາໂທດກຳກ່ຽວກັບການຂາຍຂອງຂວັນຂອງລັດຢ່າງຜິດກົດໝາຍໃນອາຍຸການດຳເນີນງານຂອງຕົນແຕ່ປິ 2018 – 2022. ທ່ານຖືກເກືອດຫ້າມເຂົ້າຮ່ວມເວທີການເມືອງໃນເວລາ 5 ປີ. ວັນທີ 29 ສິງຫາ, ສານສູງສຸດແຫ່ງໜຶ່ງຢູ່ ປາກິດສະຖານ ໄດ້ໂຈະດຳເນີນຄະດີດັ່ງກ່າວ ແລະ ໃຫ້ຮູ້ວ່າ ທ່ານ Khan ອາດຈະຈ່າຍເງິນເພື່ອໄດ້ຄ້ຳປະກັນອອກມາຢູ່ນອກ. ທ່ານ Khan ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ປາກິດສະຖານ ນັບແຕ່ປີ 2018 ແຕ່ຮອດເດືອນ ເມສາປີ 2022, ທ່ານຖືກປົດຕຳແໜ່ງດ້ວຍຂໍ້ກ່າວຫາບໍລິຫານພື້ນຖານເສດຖະກິດບໍ່ໄດ້ດີ ແລະ ບໍ່ສາມາດຢຸດຕິໄພສໍ້ລາດບັງຫຼວງຄືດັ່ງຄຳໝັ້ນສັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ