ປາກິດສະຖານຍູ້ແຮງການປະຕິບັດແຜນການຕ້ານກໍ່ການຮ້າຍ

 ປາກິດສະຖານຍູ້ແຮງການປະຕິບັດແຜນການຕ້ານກໍ່ການຮ້າຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານNawaz Sharif
ພາບ:thenewstribe.com

(vovworld)-​​ ວັນ​ທີ 26/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ Nawa Sharif ປະ​ກາດ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ລັດ​ຖະ​ມົນ​ຕີ ເພື່ອ​ຮັບ​ປະ​ກັນ​ກາ​ນ​ສົ່ງ​ເສີມ ແລະ ປະ​ຕິ​ບັດ​ແຜນ​ການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຕ​້ານກໍ່​ການ​ຮ້າຍ. ແຜນ​ການ​ດັ່ງ​ກ່າວ ຖືກ​ຍົກ​ອອກ​ໃນ​ກອງ​ປະ​ຊຸມ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Sharif  ແລະ ການ​ນຳ​ບັນ​ດາ​ພັກ​ການ​ເມືອງ ເມື່ອ​ວັນ​ທີ 24/12 ຜ່ານ​ມາ, ພາຍ​ຫລັງ​ເຫດ​ບຸກ​ໂຈມ​ຕີ​ທີ່ນອງ​ເລືອດ​ຂອງ​ ກຳ​ລັງ Taliban ຢູ່ ປາ​ກິດ​ສະ​ຖານ ເລັ່ງ​ໃສ່​ໂຮງ​ຮຽນ​ແຫ່ງ​ຫນຶ່ງ​ຢູ່ ນະ​ຄອນ​ພາກ​ເຫນືອ Peshawar ຊື່ງ​ເຮັດ​ໃຫ້ ອາ​ຈານ ແລະ ນັກ​ຮຽນ 150 ຄົນ​ເສຍ​ຊີ​ວິດ, ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ເດັກ​ນ້ອຍ.

ວົງ​ການ​ເຈົ້າ​ຫນ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ ປາ​ກິດ​ສະ​ຖານ ໃຫ້​ຮູ້​ວ່າ: ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ໄດ້​ດັບ​ສູນ Saddam ຊື່ງ​ແມ່ນ​ຜູ້​ວາງແຜນ​ການ​ເຫດ​ບຸກ​ໂຈມ​ຕີ​ທີ່ນອງ​ເລືອດ​ດັ່ງ​ກ່າວ ແລະ ຈັບ​ຕົວ​ມື​ປືນ Taliban ອີກ 6 ຄົນ ໃນ​ການ​ຍິງ​ປືນ​ໃສ່​ກັນ​ທີ່​ແກ່​ຍາວ​ສອງ​ຊົ່ວ​ໂມງ ລະ​ຫວ່າງກອງ​ທັບ​ລັດ​ຖະ​ບານ ແລະ ກຳ​ລັງ Taliban ຢູ່​ແຂວງ Khyber.

ຂ່າວ/ບົດ​ອື່ນ