ປາແລດຕີນ ສ້າງແຜນການຈັດຕັ້ງການເລືອກຕັ້ງຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ

ປາແລດຕີນ ສ້າງແຜນການຈັດຕັ້ງການເລືອກຕັ້ງຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ - ảnh 1
ທ່ານປະທານາທິບໍດີ Mahmoud Abbas
(ພາບ: Reuters)

(vovworld) – ວັນທີ 17/5, ທ່ານປະທານາທິບໍດີ ປາແລດຕີນ Mahmoud Abbas ໄດ້ປະກາດໃຊ້ລັດຖະດຳລັດອະນຸຍາດໃຫ້ຈັດຕັ້ງບັນດາການເລືອກຕັ້ງຂັ້ນທ້ອງຖີ່ນຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ, ເວັ້ນແຕ່ເຂດ Gaza, ເຊິ່ງແມ່ນບ່ອນທີ່ຂະບວນການອິດສະລາມ ປະກອບອາວຸດ Hamas ພວມກຳອຳນາດ. ຕາມທ່ານລັດຖະມົນຕີກະຊວງການເມືອງພາຍໃນ ປາແລດຕີນ Khaled Al Qawasmi ແລ້ວ, ລັດຖະດຳລັດດັ່ງກ່າວອະນຸຍາດໃຫ້ ອຳນາດການປົກຄອງ ປະແລດຕີນ ຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນສາມາດເປັນ ເຈົ້າການຈັດຕັ້ງການເລືອກຕັ້ງຄັ້ງຕ່າງໆຕາມແຕ່ລະໄລຍະ. ລັດຖະດຳລັດຂອງທ່ານປະທານາທິບໍດີ Abbas ກໍກຳນົດວ່າໂຄງປະກອບຂອງສະພານະຄອນຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນຈະມີການປ່ຽນແປງພາຍຫຼັງອາຍຸການ 4 ປີທີ່ຈັດການເລືອກຕັ້ງ. ຂະບວນການ Fatah ຂອງປະທານາທິບໍດີ Abbas ໄດ້ກ່າວຫາ ຂະບວນການ Hamas ກີດຂວາງວິວັດການໄກ່ເກ່ຍ ດ້ວຍເລື່ອງບໍ່ອະນຸຍາດໃຫ້ຄະນະກຳມະການເລືອກຕັ້ງສູນກາງ (ຫຼື CEC) ເຄື່ອນໄຫວຢູ່ເຂດ Gaza.ໃນຂະນະນັ້ນ,Hamasມີທັດສະນະວ່າ:ບັນດາການເລືອກຕັ້ງປະທານາທິບໍດີ,ສະພາແຫ່ງຊາດ ແລະທ້ອງຖີ່ນພຽງແຕ່ໄດ້ຮັບການດຳເນີນພາຍຫຼັງທີ່ບັນລຸໄດ້ຂໍ້ຕົກລົງ ໄກ່ເກ່ຍປອງດອງຮອບດ້ານກັບ Fatar.

ຂ່າວ/ບົດ​ອື່ນ