ປາແລັດສະຕິນ ຄັດຄ້ານ ບຣາຊິນ ເປີດຫ້ອງການຕາງໜ້າທາງການທູດປະຈຳ Jerusalem

(VOVWORLD) -  ອຳນາດການປົກຄອງ ປາແລັດສະຕິນ ໄດ້ຮຽກຕົວເອກອັກຄະລັດຖະທູດຂອງປະເທດນີ້ ປະຈຳປະເທດ ບຣາຊິນ ເພື່ອຄັດຄ້ານເລື່ອງປະເທດອາເມລິກາໃຕ້ນີ້ ເປີດຫ້ອງການຕາງໜ້າທາງການທູດປະຈຳ Jerusalem.


  ຖະແຫຼງການໄດ້ຍົກອອກມາໃນວັນທີ 31 ມີນາ ຂອງກະຊວງການຕ່າງປະເທດ ປາແລັດສະຕິນ ໄດ້ເນັ້ນໜັກວ່າ ການຕັດສິນດັ່ງກ່າວຂອງ ບຣາຊິນ ແມ່ນການກະທຳທີ່ຕ້ອງກ່າວປະນາມ ແລະ ພົ້ນເດັ່ນແມ່ນການລະເມີດກົດໝາຍສາກົນ, ພ້ອມທັງຖືນີ້ແມ່ນການກະທຳເກາະຜິດທີ່ແນໃສ່ຊາວ ປາແລັດສະຕິນ ແລະ ສິດຜົນປະໂຫຍດຂອງເຂົາເຈົ້າ. ປາແລັດສະຕິນ ຈະປຶກສາຫາລືກັບບັນດາປະເທດ ອາຣັບ ເພື່ອຍົກອອກຫຼັກໝັ້ນເປັນເອກະພາບໃນການຄັດຄ້ານທັດສະນະຂອງບາງປະເທດ. ຖະແຫຼງການເນັ້ນໜັກວ່າ ຂໍ້ຕົກລົງຂອງ ອາເມລິກາ, ອິດສະລາແອັນ ແລະ ຫລາຍປະເທດທີ່ຢັ້ງຢືນ Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ ຈະບໍ່ສາມາດຫັນເປັນເລື່ອງຖືກຕ້ອງຕາມກົດໝາຍໄດ້ໃນດິນແດນທີ່ຖືກຢຶດຄອງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ