ປາ​ແລັດ​ສະ​ຕິນ ​ຊັ່ງ​ຊາ​ເລື່ອງ​ຢຸດ​ຕິ​ຂໍ້​ຕົ​ກ​ລົງ​ຄວາມ​ໝັ້ນ​ຄົງ ກັບ ອິດ​ສະ​ລາ​ແອັນ

(VOVWORLD) -ວັນທີ 14 ເມສາ ທ່ານປະທານາທິບໍດີ ປາແລັດສະຕິນ (PA) Mamoud Abbas ໄດ້ຮຽກໂຮມຈັດກອງປະຊຸມເຈົ້າໜ້າທີ່ຂັ້ນສູງໃນສະພາບທີ່ປະກົດມີຄຳຮຽກຮ້ອງໃຫ້ຢຸດຕິຂໍ້ຕົກລົງຮ່ວມມືດ້ານຄວາມໝັ້ນຄົງຫຼາຍສະບັບກັບ ອິດສະລາແອັນ.

ປາ​ແລັດ​ສະ​ຕິນ ​ຊັ່ງ​ຊາ​ເລື່ອງ​ຢຸດ​ຕິ​ຂໍ້​ຕົ​ກ​ລົງ​ຄວາມ​ໝັ້ນ​ຄົງ ກັບ ອິດ​ສະ​ລາ​ແອັນ - ảnh 1 ທ່ານປະທານາທິບໍດີ ປາແລັດສະຕິນ (PA) Mamoud Abbas ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: AFP/TTXVN)

ໃນວັນດຽວກັນ, ເຈົ້າໜ້າທີ່ພັກ Fatah ກຳອຳນາດຫຼາຍທ່ານ ຢູ່ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໄດ້ເລັ່ງໃຫ້ວົງການການນຳ PA ອອກມະຕິຮຽກຮ້ອງໃຫ້ຢຸດຕິດການຮ່ວມມືດ້ານຄວາມໝັ້ນຄົງ ແລະ ຢຸດຕິຂໍ້ຕົກລົງສະບັບຕ່າງໆທີ່ໄດ້ລົງນາມກ່ອນນັ້ນກັບ ອິດສະລາແອັນ. ພັກ Fatah ຖືວ່າ ບັນດານະໂຍບາຍ ແລະ ການກະທຳຫຼ້າສຸດຂອງ ອິດສະລາແອັນ “ສະແດງໃຫ້ເຫັນການປະລາໄຊຂອງບາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ” ລະຫວ່າງສອງຝ່າຍ.

ຄຳຮຽກຮ້ອງນີ້ພາດພິງເຖິງການຖະແຫຼງຂ່າວກ່ອນນັ້ນຂອງທ່ານ Benny Gantz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ກ່ຽວກັບຄວາມຈຳເປັນຂອງ ມາດຕະການ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍ. ໃນຂະນະນັ້ນ, ທ່ານ Gantz ກໍ່ເນັ້ນໜັກວ່າ ອິດສະລາແອັນ ແລະ ປາແລັດສະຕິນ ແບ່ງປັນຜົນປະໂຫຍດໃນການຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງກໍ່ຄືການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ