ປາ​ແລັດ​ສະ​ຕິນ ແລະ ອິດ​ສະ​ຣາ​ແອັນ ເຫັນ​ດີ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ

(VOVWORLD) -ບັນດາຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບ 8 ເນື້ອໃນ, ດ້ວຍເນື້ອໃນທຳອິດແມ່ນຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ. 

ວັນທີ 19 ມີນາ, ກະຊວງການຕ່າງປະເທດ ອີຢິບ ໄດ້ອອກຖະແຫຼງການຮ່ວມ ພາຍຫຼັງສິ້ນສຸດກອງປະຊຸມລະຫວ່າງບັນດາບັນດາເຈົ້າໜ້າທີ່ ອິດສະຣາແອັນ ແລະ ປາແລັດສະຕິນ ໂດຍປະເທດ ອາຟະລິກາເໜືອ ເປັນເຈົ້າພາບຈັດຕັ້ງໃນວັນດຽວກັນຢູ່ Sharm El Sheikh ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງສອງຝ່າຍ. ກອງປະຊຸມຢູ່ Sharm El Sheikh - ນະຄອນທະເລຂອງ ອີຢິບ - ມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ການເມືອງ ແລະ ຄວາມໝັ້ນຄົງຂັ້ນສູງ ຕາງໜ້າໃຫ້ ປາແລັດສະຕິນ, ອິດສະຣາແອັນ ແລະ ບັນດາປະເທດ ພ້ອມກັບການສະໜັບສະໜູນວິວັດການເຈລະຈາລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ, ລວມມີ: ອີຢິບ, ຈໍແດນ ແລະ ອາເມລິກາ.

        ຕາມຖະແຫຼງການຮ່ວມແລ້ວ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບ 8 ເນື້ອໃນ, ດ້ວຍເນື້ອໃນທຳອິດແມ່ນຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ. ອິດສະຣາແອັນ ໃຫ້ຄຳໝັ້ນສັນຍາຢຸດຕິການປະຕິບັດຂໍ້ຕົກລົງກ່ຽວກັບທຸກເຂດຕັ້ງຖິ່ນຖານໃໝ່ໃນໄລຍະເວລາ 4 ເດືອນ ແລະ ຢຸດຕິການອະນຸຍາດໃຫ້ບໍ່ວ່າເຂດຕັ້ງຖິ່ນຖານໃດ ໃນຮອບເວລາ 6 ເດືອນ. ປາແລັດສະຕິນ ແລະ ອິດສະຣາແອັນ ເຫັນດີເປັນເອກະພາບ “ການສ້າງຕັ້ງກົນໄກເພື່ອຄວບຄຸມ ແລະ ຕ້ານຄືນການໃຊ້ຄວາມຮຸນແຮງພ້ອມກັບຄຳຖະແຫຼງຍຸຍົງສົ່ງເສີມການໃຊ້ຄວາມຮຸນແຮງ”. ກົນໄກດັ່ງກ່າວ ຈະລາຍງານຕໍ່ການນຳກຸ່ມ 5 ປະເທດ, ລວມມີ ອີຢິບ, ປາແລັດສະຕິນ, ອິດສະຣາແອັນ, ຈໍແດນ ແລະ ອາເມລິກາ.  ໃນເດືອນໜ້ານີ້ ທີ່ວາລະປະຊຸມໂດຍຖັດຈາກຂອງກອງປະຊຸມ Sharm El Sheikh.


ຕອບກັບ

ຂ່າວ/ບົດ​ອື່ນ