ປ່ຽນ​ແປງ​ໃໝ່, ຍົກ​ສູ​ງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ສະ​ພາ​ແຫ່ງ​ຊາດ

(VOVWORLD) -   ຕອນບ່າຍວັນທີ 17 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ດຳເນີນວາລະອັດກອງປະຊຸມ. ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຄັ້ງນີ້ ໄດ້ບັນລຸໝາກຜົນສຳຄັນໃນທັງ 3 ຂົງເຂດ ສ້າງກົດໝາຍ, ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ ແລະ ຕິດຕາມກວດກາບັນດາການເຄື່ອນໄຫວຂອງລັດຢ່າງເຂັ້ມງວດທີ່ສຸດ.
ປ່ຽນ​ແປງ​ໃໝ່, ຍົກ​ສູ​ງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ສະ​ພາ​ແຫ່ງ​ຊາດ - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ພາບ: TTXVN)

ສະພາແຫ່ງຊາດໄດ້ສະຫງວນເວລາ 3 ວັນເພື່ອປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ. ໃນນັ້ນ, ພິຈາລະນາ, ປຶກສາຫາລືກ່ຽວກັບໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2020; ເປົ້າໝາຍຕົ້ນຕໍ ແລະ ໜ້າທີ່, ມາດຕະການຈຳນວນໜຶ່ງກ່ຽວກັບການພັດທະນາດເສດຖະກິດ, ສັງຄົມ ໄລຍະ 5 ປີ 2021 – 2025; ບັນດາແຜນການການເງິນ ໄລຍະ 5 ປີ, ການລົງທຶນສາທາລະນະໄລຍະກາງ  ແຕ່ປີ 2021 – 2025…

        ໃນຂົງເຂດສ້າງກົດໝາຍ, ທ່ານ ຫງວຽນເຈື່ອງຢາງ, ຮອງເລຂາທິການໃຫຍ່ ສະພາແຫ່ງຊາດ ໃຫ້ຮູ້ວ່າ:

        “ໃນວຽກງານສ້າງກົດໝາຍ, ສະພາແຫ່ງຊາດ ໄດ້ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 7 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ, ຮັບຮອງເອົາມະຕິ 3 ສະບັບ. ໃນຮ່າງກົດໝາຍ 7 ສະບັບ ມີກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍການແກ້ໄຂການລະເມີດການບໍລິຫານ, ນີ້ແມ່ນບັນດາຮ່າງກົດໝາຍທີ່ກ່ຽວຂ້ອງເຖິງຫຼາຍຂົງເຂດຂຶ້ນກັບການຄຸ້ມຄອງລັດ. ໃນຈຳນວນມະຕິ 3 ສະບັບ, ມີມະຕິວ່າດ້ວຍການພັດທະນາການນຳໃຊ້ທີ່ດິນປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ມະຕິວ່າດ້ວຍອຳນາດການປົກຄອງຕົວເມືອງ ນະຄອນ ໂຮ່ຈີມິນ ແມ່ນເປັນໜ້າສົນໃຈ”.

        ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ສະຫງວນເວລາ ສອງມື້ເຄິ່ງ ເພື່ອຊັກຖາມບັນດາສະມາຊິກລັດຖະບານ.  ວາລະຊັກຖາມບໍ່ພຽງແຕ່ມີການປ່ຽນແປງໃໝ່ກ່ຽວກັບເນື້ອໃນເທົ່ານັ້ນ ຫາກຍັງຍົກສູງຄຸນນະພາບອີກດ້ວຍ. ທ່ານ ບຸ່ຍແທັງຕຸ່ງ, ສະມາຊິກສະພາແຫ່ງຊາດນະຄອນ ຫາຍຢ່ອງ, ຕີລາຄາວ່າ:

        “ນີ້ແມ່ນວາລະຊັກຖາມບໍ່ມີການກຳນົດກ່ຽວກັບເນື້ອໃນ. ຄຳຖາມສ່ວນຫຼາຍທີ່ໄດ້ຕັ້ງມາ ແມ່ນໄດ້ຮັບຄຳຕອບຢ່າງຈະແຈ້ງ, ຄົບຖ້ວນ ແລະ ຕີລາຄາໄດ້ຜົນສຳເລັດໃນໄລຍະຜ່ານມາ ພ້ອມທັງຊີ້ໃຫ້ເຫັນບັນດາບັນຫາຍັງຄົງຄ້າງ ແລະ ສຳຄັນທີ່ສຸດແມ່ນລ້ວນແຕ່ວາງອອກບັນດາມາດຕະການແກ້ໄຂໃນໄລຍະຈະມາເຖິງ”.

        ກອງປະຊຸມສະໄໝສາມັນເທື່ອທີ 10 ແມ່ນກອງປະຊຸມສະໄໝສາມັນສຸດທ້າຍຂອງສະພາແຫ່ງຊາດຫວຽດນາມ ຊຸດທີ 14. ບັນດາການເຄື່ອນໄຫວໃນກອງປະຊຸມຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງລັດຖະບານໃນວຽກງານຊີ້ນຳບໍລິຫານ ແລະ ຄວາມຮັບຜິດຊອບຂອງບັນດາສະມາຊິກສະພາແຫ່ງຊາດໃນການຕິດຕາມ, ກວດກາ; ສ້າງກຳລັງໜູນ ແລະ ບັນຍາກາດ, ຈິດໃຈໃໝ່ ເພື່ອໃຫ້ປະເທດຊາດສືບຕໍ່ພັດທະນາແບບຍືນຍົງໃນອາຍຸການຕໍ່ໄປ./.


ຕອບກັບ

ຂ່າວ/ບົດ​ອື່ນ