ປ່ຽນໃຫມ່ວຽກງານຂົນຂວາຍປະຊາຊົນສ້າງຄວາມໄວ້ເນື້ອເຊື່ອໃຈໃນສັງຄົມ

 

ປ່ຽນໃຫມ່ວຽກງານຂົນຂວາຍປະຊາຊົນສ້າງຄວາມໄວ້ເນື້ອເຊື່ອໃຈໃນສັງຄົມ - ảnh 1
ພາບປະກອບ:internet


(vovworld)-   ວັນ​ທີ 15/7, ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດກັບ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ວຽກ​ງານ​ຂົນ​ຂວາ​ຍປະຊາຊົນ ​ໃນ 6 ​ເດືອນ​ຕົ້ນ​ປີ, ຜັນ​ຂະຫຍາຍ​ຫນ້າ​ທີ່ 6 ​ເດືອນ​ທ້າຍ​ປີ 2013.  ​ໃນ 6 ​ເດືອນ​ຕົ້ນ​ປີ, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຈັດ​ຕັ້ງ​ກອງ​ປະຊຸມ​ເປັນ​ປະຈຳ​ຕາມ​ການ​ກຳນົດລະຫວ່າງ ຄະນະ​ຂົນຂວາຍປະຊາຊົນ ກັບ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ໝູ່​ມະຫາຊົນ ຈາກ​ສູນ​ກາງ​ລົງ​ຮອດ​ຮາກ​ຖານສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ສືບ​ຕໍ່​​​​ເປັນເສນາ​ທິການ​ໃຫ້​ແກ່​ສູນ​ກາງ, ຄະນະ​ພັກ ​ເພື່ອສຸມ​ໃສ່​ຊີ້​ນຳ​ການຊາບ​ຊືມ, ຜັນ​ຂະຫຍາຍ, ​ໂຄສະນາ ​ແລະ ສ້າງ​ໂຄງການ​ດຳ​ເນີນ​ງານ​ ​ໃນ​ການ​ປະຕິບັດ​ມະຕິ “​ເພີ່ມ​ທະວີ ​ແລະ ປ່ຽນ​​ໃຫມ່​ການ​ນຳພາ​ຂອງ​ພັກ​ສຳລັບ​ວຽກ​ງານ​ຂົນ​ຂວາ​ຍປະຊາຊົນ​ໃນສະພາບ​ການ​ໃຫມ່; ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ຂໍ້​ສະຫລຸບ, ຄຳ​ສັ່ງ​ຂອງ​ສູນ​ກາງ​ກ່ຽວກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ຊົນ​ເຜົ່າ, ສາສະຫນາ.​ທ່ານ ຫງວຽນ​ຫື​ວ​ເລີ້​ຍ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ ​ເກີນ​ເທີ ຖື​ວ່າ:

 “ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຄວນ​ຍົກ​ສູງ​ບົດບາດ​ຕິດຕາມ​ກວດກາ, ​ໄຈ້​ແຍກສ່ອງ​ແສງ​ສັງຄົມຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ​ເຮັດ​ຄື​ແນວ​ນັ້ນ ຈຶ່ງ​ປະ​ກອບ​ສ່ວນ​ເປັນ​ບ່ອນອີງ​ໃຫ້​ແກ່​ປະຊາຊົນ, ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ກວ່າ. ຄຽງ​ຄູ່​ກັນ​ນັ້ນ ຍູ້​ແຮງ​ການ​ຂົນຂວາຍ​ປະຊາຊົນ, ຍົກ​ສູງ​ຫນ້າ​ທີ່ຄວາມ​ຮັບຜິດຊອບ​ກັບ​ປະຊາຊົນ​ກວ່າ​ອີກ.”

 

ຂ່າວ/ບົດ​ອື່ນ