ປ່ຽນໃໝ່ການເຄື່ອນໄຫວຂອງສານປະຊາຊົນຕາມຄຳຮຽກຮ້ອງປະຕິຮູບ ດ້ານຍຸຕິທຳ

ປ່ຽນໃໝ່ການເຄື່ອນໄຫວຂອງສານປະຊາຊົນຕາມຄຳຮຽກຮ້ອງປະຕິຮູບ ດ້ານຍຸຕິທຳ - ảnh 1
(ພາບປະກອບ)

(vovworld) –   ຕອນ​ເຊົ້າ​ວັນ​ທີ 27/05, ຢູ່​ຮ່າ​ໂນ້ຍ, ຄະນະວຽກ​ງານ​ການ​ເມືອງ​ພາຍ​ໃນສູນ​ກາງ ​ໄດ້​ສົມທົບ​ກັບ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ ຈັດ​​ກອງ​ປະຊຸມ​ສຳ​ມະ​ນາກ່ຽວ​ກັບ​ການປ່ຽນ​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສານ​ປະຊາຊົນຕາມ​ຄຳ​ຮຽກຮ້ອງ​ປະຕິ​ຮູບ​ດ້ານຍຸຕິ​ທຳ. ທີ່​ກອງປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຖື​ວ່າ: ​ໃນ​ໄລຍະ 8 ປີ​ແຫ່ງ​ການ​ປະຕິບັດ​ການ​ປະຕິ​ຮູບດ້ານຍຸຕິ​ທຳ (2005 - 2013), ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວຂອງ​ສານ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ເທື່ອ​ລະ​ກ້າວ, ຜ່ານ​ນັ້ນ ​ໄດ້​ຢັ້ງຢືນ​ທີ່​ຕັ້ງ, ບົດບາດ​ຂອງ​ສານ​ແຈ້ງ​ກວ່າ. ​ແຕ່​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສານ​ປະຊາຊົນ​ຢູ່​ຫວຽດນາມ ຄວນ​ຍົກ​ສູງ​ຄຸນ​ນະພາ​ບການຈັດ​ຕັ້ງ, ວິທີ​ການ​ເຄື່ອນ​ໄຫວ​ເພື່ອ​​ເໝາະ​ສົມ​ກັບ​ພາລະ​ບົດບາດ​ປົກ​ປ້ອງ​ຄວາມ​ຍຸຕິທຳ. ທ່ານ​ປະລິຍາ​ເອກ ຟ້າ​ມກຸຍ​ຕິ້, ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຖື​ວ່າ.

        “ຕ້ອງ​ປ່ຽນ​ແປງ​ກ່ຽວ​ກັບ​ສະພາ​ຄັດ​ເລືອກ​ຜູ້​ພິພາກສາ, ​ແຕ່ງ​ຕັ້ງ, ພົ້ນ​ຕຳ​ແໜ່​ງ, ປົດ​ຕຳ​ແໜ່​ງຜູ້​ພິພາກສາ, ມີ​ຄຳ​ເຫັນ​ສະ​ເໜີ​ພິຈາລະນາ​ສ້າງ​ຕັ້ງ​ສະພາ​ຍຸຕິ​ທຳ​ແຫ່ງ​ຊາດ, ​ແຕ່​ຕາມ​ພວກ​ຂ້າພະ​ເຈົ້າ, ​ແລ່​ວຄວນ​ປ່ຽນ​ແປງສະພາ​ແຕ່ງ​ຕັ້ງ, ຄັດ​ເລືອກ, ພົ້ນ​ຕຳ​ແໜ່​ງ. ຄວນເອົາ​ໃຈ​ໃສ່, ​ແກ້​ໄຂ​ການ​ບຳລຸງ​ສ້າງຜູ້​ພິພາກສາຕາມ​ທິດ​ສອບເສັງ​ຜູ້​ພິພາກສາ. ລະບອບພິ​ເສດ​ສຳລັບຜູ້​ພິພາກສາ ຄວນ​ປ່ຽນ​​ແປງ​ໃຫ້​ເໝາະ​ສົມ. ປະກາດ​​ໃຊ້​ບັນດາ​ຂໍ້​ກຳນົດຄຸນສົມບັດ​ຂອງຜູ້​ພິພາກສາເພື່ອ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ, ປະຊາຊົນ​ມີ​ພື້ນຖານລະອຽດ​ເພື່ອ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງຜູ້​ພິພາກສາ​”.

ຂ່າວ/ບົດ​ອື່ນ