ປ່ຽນໃໝ່ຂົງເຂດການທ່ອງທ່ຽວພາກພື້ນແມ່ນ້ຳຂອງຢ່າງມີຫົວຄິດປະດິດສ້າງ

ປ່ຽນໃໝ່ຂົງເຂດການທ່ອງທ່ຽວພາກພື້ນແມ່ນ້ຳຂອງຢ່າງມີຫົວຄິດປະດິດສ້າງ - ảnh 1
MIST ຫາກໍ່​ປະ​ກາດ 2 ລາຍ​ການສູນ​ໜູນ​ຊ່ວຍ​ການ​ທ່ອງ​ທ່ຽ​ວ​​​ພາກ​ພື້ນແມ່​ນ້ຳ​ຂອງ
(ພາບ: baomoi.com)

(vovworld) - ​​ໂຄງ​ການ​ຂໍ້​ລິ​ເລີ່ມໜູນ​ຊ່ວຍ​ການ​ເລີ່ມ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽ​ວ​​ພາກ​ພື້ນແມ່​ນ້ຳ​ຂອງ (MIST) ຫາກໍ່​ປະ​ກາດ 2 ລາຍ​ການສູນ​ໜູນ​ຊ່ວຍ​ການ​ທ່ອງ​ທ່ຽ​ວ​​​ພາກ​ພື້ນແມ່​ນ້ຳ​ຂອງ ແມ່ນ “​ສູນ​ໜູນ​ຊ່ວຍ​ເລີ່ມ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽວ” ແລະ “ສູນ​ໜູນ​ຊ່ວຍສຳ​ພັດ​ກັບ​ຕ​ະ​ຫຼາດ” ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ປ່ຽນ​ໃໝ່​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​​ໃຫ້ເຄື່ອນ​ໄຫວ​ຢ່າງ​ສະ​ດວກ ແລະ ວ່ອງ​ໄວ​ຢ​ູ່​ຫວຽດ​ນາມ, ກ​ຳ​ປູ​ເຈຍ, ລາວ ແລະ ມ້ຽນ​ມາ. ລະ​ອຽດ​ແມ່ນ “ສູນ​ໜູນ​ຊ່ວຍ​ເລີ່ມ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽວ” ຮັບ​​ເອົາບັນ​ດາ​ແນວ​ຄວາມ​ຄິດ​ດຳ​ເນີນ​ທຸ​ລະ​ກິດ​ໃໝ່ ນັບ​ທັງ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ການ​ທ່ອງ​ທ່ຽວ ແລະ ຮູບ​ແບບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ​ໃນ​ໄລ​ຍະ​​ທຳ​ອິດ. ຜ້​ູ​ຕາງ​ໜ້າ​ກຸ່ມ​ເລີ່ມ​ທຸ​ລະ​ກິດ (startup) ໄດ້​ຮັບ​ກ​ານ​ຄັດ​ເລືອກ​ເຂົ້າ​ລາຍ​ການ ຈະ​ໄດ້​ເຂົ້າ​ຮ່ວມ​​ຄ້າຍ​ພັກ​ແ​ລ້ງ​ເພື່ອ​ພັດ​ທະ​ນາ​ບັນ​ດາ​ແຜນ​ການ​ດຳ​ເນີນ​ທ​ຸ​ລະ​ກິດ​ຂອງ​ຕົນ. ໃນ​ຂະ​ນະ​ນັ້ນ, ລາຍ​ການ “ສູນ​ໜູນ​ຊ່ວຍສຳ​ພັດ​ກັບ​ຕ​ະ​ຫຼາດ” ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​​ບໍ​ລິ​ສັດບໍ​ລິ​ການ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່ກວ່າ, ພວມ​ຕ້ອງ​ການ​ການ​ໜູນ​ຊ່ວຍ​ເພື່ອ​ສຳ​ພັດ​ກັບ​ຕິະຫຼາດ​ພາກ​ພື້ນ. ຜູ້​ທີ່​ມີ​ແຜນ​ການ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຮັບ​ການ​ຄັດ​ເລືອກ​ຈະ​ເຂົ້າ​ຮ່ວມ​ການ​ລົງ​ຕົວ​ຈິງ​ເຖິງ​ບັນ​ດາ​​ຕະ​ຫຼາດ​ຢູ່​ພາກ​ພື້ນ​ແມ່​ນ້ຳ​ຂອງ ເພື່ອຝຶກ​ອົບ​ຮົມ ແລະ ຊອກ​ຮູ​້​ຕະ​ຫຼາດ, ພ້ອມ​ທັງ​ໄດ້​ແນະ​ນຳ​ເຄືອ​ຂ​່າຍ​ສະ​ໜອງ​ການ​ບໍ​ລິ​ການ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ.

        ບັນ​ດາ​ໂຄງ​ການ​ເຂົ້າ​ຮ່ວມ​ຈະ​ໄດ້​ສະ​ເໜີ​ຕໍ່​ບັນ​ດາ​ນັກ​ລົງ​ທຶນ, ສູນ​ໜູນ​ຊ່ວຍ startup ​ທົ່ວ​ໂລກ, ການ​ນຳ​ຂະ​ແໜງ​ທ່ອງ​ທ່ຽວ​ຢູ່​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽ​ວ​ພາກ​ພື້ນ​ແມ່​ນ້ຳ​ຂອງ ໃນ​ເດືອນ 06/2017 ຢູ່​ລາວ; ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ (APEC Summit) ໃນ​ເດືອນ 11/2017 ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ