“ປ່ຽນໃໝ່ຮູບແບບການເຕີບໂຕຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່”ໄລຍະ2016-2020

“ປ່ຽນໃໝ່ຮູບແບບການເຕີບໂຕຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່”ໄລຍະ2016-2020 - ảnh 1
ທ່ານ​ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ເວືອງ​ດີ່ງ​ເຮ້ວ

(vovworld) – ​​​“ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກ​ອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່” ​ໄລ​ຍະ 2016 – 2020 – ນີ້​ແມ່ນ​ຫົວ​ຂໍ້​ຂອງ​ການ​ໂອ້​ລົມ​ສົນ​ທະ​ນາ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ໂດຍ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ອົງການກວດ​ສອບ​ບັນ​ຊີ​ແຫ່ງ​ລັດ ແລະ ໜັງ​ສື​ພິມ​ປະ​ຊາ​ຊົນ​ ສົມ​ທົບ​ກັນ​ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ເວືອງ​ດີ່ງ​ເຮ້ວ ຢືນ​ຢັນ​ວ່າ: ມະ​ຕິ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 11 ຂອງ​ພັກ​ກຳ​ນົດ​ຢ່າງຈ​ະ​ແຈ້ງວ່າ: ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ຕົ້ນ​ຕໍໃນການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ 5 ປີ 2011 – 2015 ແມ່ນ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ແລະ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖ​ານ​ເສດ​ຖະ​ກິດ​ຄືນ​ໃໝ່​ການເຕີບໂຕຢ່າງກວ້າງຂວາງໄປສູ້ການເຕີບໂຕເລິກເຊິ່ງ. ໃນ​ໄລ​ຍະ 2011 – 2013, ຮູບ​ແບບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ຫັນ​ປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ, ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ອົງ​ການ, ຄະ​ນະ, ຂະ​ແໜງ​ການ​ຄວນ​ມີ​ບັນດາຫຼັກ​ຖານພືດຕິກຳຕົວຈິງ​ຕື່ມ​ອີກ​ເພື່ອ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ສູນ​ກາງ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ບັນຫາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການເຕີບ​ໂຕ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ສັງ​ລວ​ມ​ໃນ​ໄລ​ຍະ​ຈະ​ມາ​ເຖິ​ງ​ຄືນ​ໃໝ່.

    ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ບັນ​ດາ​ນັກ​ປາ​ຖະ​ກະ​ຖາ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ສຸມ​ໃສ່​ປຶກ​ສ​າ​ຫາ​ລື, ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ໃຫຍ່​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ໄລ​ຍະ 2016 – 2020.

ຂ່າວ/ບົດ​ອື່ນ