ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຢ້ຽມຢາມ ຫວຽດນາມ

ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ Andrew Shapiro, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ອາ​ເມ​ລິ​ກາ
(ພາບ: AFP)

(vovworld) – ທ່ານ Andrew Shapiro, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນດາ​ບັນຫາ​ການ​ເມືອງ ​ແລະ ການ​ທະຫານ ຈະ​ມີ​ການ​ຢ້ຽມຢາມ​ເປັນ​ເວລາ 5 ວັນ​ໄປ​ຍັງ 3 ປະ​ເທດ ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ ​ເຊິ່ງລວມມີ: ຫວຽດນາມ, Brunei ​ແລະ ​ໄທ. ສະຖານ​ທີ່ທຳອິດ​​ໃນ​ການ​ເດ​ີນທາງຂອງ​ທ່ານ Andrew Shapiro ຈະ​ແມ່​ນະຄອນຫຼວງ ຮ່າ​ໂນ້ຍ. ຢູ່​ທີ່​ນີ້, ທ່ານ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ສົນທະນາ​ດ້ານ​ການ​ເມືອງ, ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ຫວຽດນາມ - ອາ​ເມ​ລິ​ກາ. ການ​ສົນທະນາ​ຄັ້ງ​ນີ້​ຈະ​ສຸມ​ໃສ່​​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ບຳລຸງ​ສ້າງ, ຊ່ວຍ​ເຫຼືອ​ມະນຸດສະທຳ, ຮັບ​ມື​ກັບ​ໄພພິບັດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ພາກພື້ນ, ຕ້ານການ​ຊ່ວງ​ເສັງ​ປະກອບອາວຸດ, ສິ​ດທິ​ມະນຸດ ​ແລະ ຊອກ​ຫາ​ອັດຖິ​ທະຫານ​ຫາຍ​ສາບ​ສູນປາງ​ສົງຄາມ​ຢູ່​ຫວຽດນາມ. ຢູ່ Brunei, ທ່ານ Andrew Shapiro ຈະ​ມີ​ການ​ປຶກສາ​ຫາລື​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທະຫານ ​ແລະ ພົນລະ​​ເຮືອນ​ປະ​ເທດ​ນີ້​ກ່ຽວ​ກັບ​ບັນຫາ​ການ​ເມືອງ, ການ​ທະຫານ, ການ​ພົວພັນ 2 ຝ່າຍ​ລະຫວ່າງ 2 ປະ​ເທດ ​ແລະ ກາ​ນຄ້າຂາຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ. ປະ​ເທດສຸດ​ທ້າຍ, ​​ໃນ​ການ​ເດີນທາງ​ຂອງ​ທ່ານ​ແມ່ນ​​ນະຄອນຫຼວງ ບາງກອກ ຂອງ​ໄທ, ທ່ານ Andrew Shapiro ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ແລກປ່ຽນ ​ແລະ ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ 2 ປະ​ເທດ, ຕ້ານ​ກໍ​ການ​ຮ້າຍ ​ແລະ ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ.

ຂ່າວ/ບົດ​ອື່ນ