ຜູ້ຊ່ຽວຊານຕ່າງປະເທດ ໄດ້ຮັບອະນຸຍາດສຳພັດ ກັບບັນດາສະຖານທີ່ ບັນຈຸອາວຸດເຄມີຂອງຊີຣີ

 ຜູ້ຊ່ຽວຊານຕ່າງປະເທດ ໄດ້ຮັບອະນຸຍາດສຳພັດ ກັບບັນດາສະຖານທີ່ ບັນຈຸອາວຸດເຄມີຂອງຊີຣີ - ảnh 1

(ພາບ: vov.vn)

(vovworld)-​​​​ ​ ​ ​​ໃນ​ຄຳ​ກ່າວ​ປະ​ໃສ​ຫຼ້າ​ສຸດ​ກ່ຽວຂ້ອງ​ເຖິງ​ແຜນການ​ຄວບ​ຄຸມ ​ແລະ ຍຸບ​ເລິກສາງ​ອາວຸດ​ເຄມີ ຕາມ​ຂໍ້​ຕົກລົງ​ຮ່ວມ​ລັດ​ເຊຍ-​ອາ​ເມ​ລິ​ກາ ຫວ່າງ​ແລ້ວ​ນີ້, ປະທານາ ທິບໍດີ​ຊີຣີ Bashar al Assad ຢືນຢັນ​ວ່າ: ລັດຖະບານ​ປະ​ເທດ​ນີ້ ຈະ​ອະນຸຍາດ​​ໃຫ້ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ສຳ​ພັດ​ກັບ​ບັນດາ​ສະຖານ​ທີ່​ບັນຈຸ​ອາວຸດ​ເຄມີ ຖ້າ​ຫາກ​ວ່າ​ກຳລັງ​ລຸກ​ຮຶ້ນຂຶ້ນ​ບໍ່​ຊອກ​ຫາ​ວິທີ​ກີດຂວາງ. ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ໂທລະພາ​ບແຫ່ງ​ຊາດ​ຈີນ ​ເມື່ອ​ວັນ​ທີ 23/9, ປະທານາທິບໍດີ​ຊີຣີ Bashar al Assad ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ: Damacus ຈະ​ມານະ​ພະຍາຍາມ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ ​ລັດ​ເຊຍ-​ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ມອບ​ສົ່ງ​ອາວຸດ​ເຄມີ​ໃຫ້​ປະຊາ​ຄົມ​ໂລກ​ຄວບ​ຄຸມ ພາຍຫຼັງ​ໄດ້​ສົ່ງ​ບັນຊີ​ລາຍ​ຊື່​ບັນດາ​ອາວຸດ​ເຄມີ​ໃຫ້​ແກ່​ອົງການ​ສາກົນ​ຄວບ​ຄຸມ​ສະ​ເພາະ​ອາວຸດ​ນີ້. ຕາມ​ທ່ານ​ແລ້ວ, ລັດຖະບານ​ຊີຣີ ຈະ​ບໍ່​ປະສົບ​ກັບ​ບັນຫາ​ໃດໆ ​ເມື່ອ​ສົ່ງ​ບັນດາ​ຜູ້​ຊ່ຽວຊານ​ໄປ​ເຖິງ​ສະຖານ​ທີ່​ຕ່າງໆ​ບັນຈຸ​ອາວຸ​ເຄມີ ​ແຕ່​ຢູ່ບາງ​ສະຖານ​ທີ່​ອາດ​ຈະ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ຍ້ອນ​ພວມ​ເກີດ​ການ​ປະ​ທະ​ກັນ ຫລື​ຍ້ອນ​ການ​ມີໜ້າ​ຂອງ​ຝ່າຍ​ຄ້ານ.

  ​ເມື່ອ​ເຕື້ອງ​ເຖິງ​ຮ່າງ​ມະຕິ​ໂດຍ​ອັງກິດ, ຝະລັ່ງ​ ​ແລະ ອາ​ເມ​ລິ​ກາ ຍື່ນ​ສະ​ເໜີ​ຕໍ່​ສະພາ​ຄວາມໝັ້ນຄົງ ສປຊ ກ່ຽວ​ກັບ​ການ​ຕັ້ງສາງ​ອາວຸດ​ເຄມີ​ຂອງ​ຊີຣີ ​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ວົງ​ຄະນາ​ຍາດ​ສາ​ກົນ, ປະທານາທິບໍດີ​ຊີຣີ Bashar al Assad ຖື​ວ່າ: ບັນດາປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ຢາກ​ສວມ​ບົດບາດ​ໃນ​ການ​ຕໍ່ຕ້ານ​ຕ້ານ​ຊີຣີ.

ຂ່າວ/ບົດ​ອື່ນ