ຜູ້ຖືກສົງໄສໃນເຫດກໍ່ການຮ້າຍຢູ່ຊູແອັດມີຊື່ໃນເອກະສານສືບລາຊະການລັບ

ຜູ້ຖືກສົງໄສໃນເຫດກໍ່ການຮ້າຍຢູ່ຊູແອັດມີຊື່ໃນເອກະສານສືບລາຊະການລັບ - ảnh 1
ພາບປະກອບ
(vovworld) - ​ ວັນ​ທີ 08/04 ຕຳຫລວດ ຊູ​ແອັດ ​ໃຫ້​ຮູ້​ວ່າ: ຜູ້​ຖືກ​ສົງ​ໄສ​ໃນ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ດ້ວຍ​ລົດ​ບັນທຸກ​ຢູ່​ນະຄອນ Stockholm ຂອງ​ປະ​ເທດ​ນີ້ ​ເຄີຍ​ມີ​ຊື່​ໃນ​ເອກະສານ​ສືບ​ລາຊະການ​ລັບ​ແລ້ວ. ຜູ້​ຖືກ​ສົງ​ໄສ​ນີ້ ​ແມ່ນ​ຜູ້​ຊາຍ​ມາ​ຈາກ ອູ​ເບ​ກຽກສະຖານ ປະຈຸ​ບັນ​ຖືກ​ກັກ​ຕົວ​ຊົ່ວຄາວເພື່ອສືບສວນ. ປະຈຸ​ບັນ ຍັງ​ບໍ່​ທັນ​ຮູ້​ວ່າ ມີ​ບັນດາ​ເປົ້າ​ໝາຍ​ອື່ນໆ​ທີ່​ກ່ຽວຂ້ອງ​ເຖິງ​ເຫດ​ບຸກ​ໂຈມ​ຕີ​ນີ້​ ຫຼື ບໍ. ພາຍ​ຫລັງ​ເກີດ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຊູ​ແອັດ ​ໄດ້​ຍົກ​ລະດັບ​​ເຕືອນ​ໄພ​ຂຶ້ນ​ລະດັບ 3/5 ລະດັບ ແລະ ອາດສາມາດ​ຈະເພີ່ມ​ຂຶ້ນລະດັບ ​ຖ້າ​ຫາກ​​ເກີດການ​ບຸກ​ໂຈມ​ຕີ​ຄ້າຍຄື​ກັນ​.

ຕອບກັບ

ຂ່າວ/ບົດ​ອື່ນ