ຜູ້​ຖືກ​ສົງ​ໄສ​ໃນ​ເຫດ​ຍິງ​ປືນ​ຢູ່​ລັດ ວໍ​ຊິງ​ຕັນ, ປະ​ເທດ ອາ​ເມ​ລິ​ກາ ໄດ້​ຂ້າ​ຕົວ​ຕາຍ

(VOVWORLD) -ຜູ້ທີ່ຖືກສົງໄສໃນເຫດຍິງປືນໃນຮຸ່ງເຊົ້າວັນທີ 24 ມັງກອນ ຢູ່ນະຄອນ Yakima ຂຶ້ນກັບລັດ ວໍຊິງຕັນ ຂອງ ອາເມລິກາ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ນັ້ນໄດ້ຂ້າຕົວຕາຍແລ້ວ. 
ຜູ້​ຖືກ​ສົງ​ໄສ​ໃນ​ເຫດ​ຍິງ​ປືນ​ຢູ່​ລັດ ວໍ​ຊິງ​ຕັນ, ປະ​ເທດ ອາ​ເມ​ລິ​ກາ ໄດ້​ຂ້າ​ຕົວ​ຕາຍ - ảnh 1ຮູບຂອງຜູ້ຖືກສົງໄສ (ພາບ: ABC News)

ຕາມສຳນັກຂ່າວສານ AFP (ຝລັ່ງ), ຜູ້ທີ່ຖືກສົງໄສໃນເຫດຍິງປືນໃນຮຸ່ງເຊົ້າວັນທີ 24 ມັງກອນ ຢູ່ນະຄອນ Yakima ຂຶ້ນກັບລັດ ວໍຊິງຕັນ ຂອງ ອາເມລິກາ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ນັ້ນໄດ້ຂ້າຕົວຕາຍແລ້ວ. ຜູ້ຖືກສົງໄສໃນເຫດໂຈມຕີນັ້ນແມ່ນ Jarid Haddock, ອາຍຸ 21 ປີ. ທ່ານ Matthew Murray ຫົວໜ້າກອງຕຳຫຼວດ ໃຫ້ຂໍ້ສັງເກດວ່າ ເບິ່ງຄືວ່ານັ້ນແມ່ນການໂຈມຕີໂດຍບໍ່ເຈດຕະນາ. ລະຫວ່າງຜູ້ຖືກສົງໄສກັບຜູ້ປະສົບເຄາະຮ້າຍບໍ່ມີເລື່ອງລາວຜິດຖຽງກັນມາກ່ອນ.

ເຫດການດັ່ງກ່າວເກີດຂຶ້ນ ພາຍຫຼັງ ການຍິງປືນເປັນຈຳນວນຫຼາຍ 2 ຄັ້ງທີ່ເກີດຂຶ້ນຢູ່ລັດ California ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ, ໃນສະພາບການທີ່ປະເທດ ອາເມລິກາ ສືບຕໍ່ປະເຊີນໜ້າກັບສະພາບການໃຊ້ຄວາມຮຸນແຮງດ້ວຍການຍິງປືນນັບມື້ນັບເພີ່ມຂຶ້ນ.

        ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຮຽກຮ້ອງໃຫ້ສະພາແຫ່ງຊາດປະເທດນີ້ ຕ້ອງມີການກະທຳຢ່າງວ່ອງໄວເພື່ອຫ້າມການນຳໃຊ້ອາວຸດບຸກໂຈມຕີ.  


ຕອບກັບ

ຂ່າວ/ບົດ​ອື່ນ