ຜັນຂະຫຍາຍວັນບຸນແພດໝໍໜຸ່ມປະຕິບັດຕາມຄຳສັ່ງສອນຂອງທ່ານປະທານໂຮ່ຈິມິນ

ຜັນຂະຫຍາຍວັນບຸນແພດໝໍໜຸ່ມປະຕິບັດຕາມຄຳສັ່ງສອນຂອງທ່ານປະທານໂຮ່ຈິມິນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ມອບ​ທຸງ​ເຄື່ອນ​ພົນ
ໃຫ້​ຄະນະບັນຊາ ແລະ ບັນດາ​ຄະນະ​ແພດ​ໝໍ​ໜຸ່ມ​ອາ​ສະສະ​ໝັກ​


(vovworld) – ວັນ​ບຸນ​ແພດ​ໝໍ​ໜຸ່ມ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ, ອາສາ​ສະໝັກ ​ເພື່ອ​ສຸຂະພາບ​ຂອງ​ປະຊາ​ຊົນ​ປີ 2015 ​ໄດ້ຖືກ​ຜັນ​ຂະຫຍາຍ​ໃນຕອນ​ເຊົ້າ​ວັນ​ທີ 17/5 ຢູ່ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູດຶກ​ດາມ ​ໄດ້​ມອບ​ທຸງ​ເຄື່ອນ​ພົນໃຫ້​ຄະນະບັນຊາ, ບັນດາ​ຄະນະ​ແພດ​ໝໍ​ໜຸ່ມ​ອາ​ສະສະ​ໝັກ​ໃນ​ວັນ​ບຸນ​ລະດັບ​ສູນ​ກາງ ​ຊຶ່ງ​ຖືກຈັດ​ຕັ້ງຢູ່ ນະ​ຄອນ​ຫຼວງ ຮ່າ​ໂນ້ຍ. ດ້ວຍແພດ​ໝໍໜຸ່ມ ກ່ວາ 6.000 ​ ຄົນທີ່​ມາ​ຈາກ​ທຸກ​​​ແຖບ​ຖິ່ນ​​ຂອງ​ປະ​ເທດ​ຊາດ​ໄດ້​ມີໜ້າ​ຢູ່​ບັນດາ​ເຂດ​ຊົນນະບົດທີ່​ທຸກ​ຍາກ, ​ເຂດ​ຫ່າງ​ໄກ​ສອກຫຼີກ ​ເພື່ອ​ໜູນ​ຊ່ວຍ​​ດ້ານ​ການ​ແພດ​​ໃຫ້​ປະຊາຊົນ. ຈຸດ​ໝາຍ​ທີ່​​ໄດ້​ວາງ​ອອກ​ແມ່ນ: ກວດ​ພະຍາດ, ສະໜອງຢຸກ​ຢາ​ໂດຍ​ບໍ່​​ເກັບຄ່າ​ໃຫ້ ປະຊາຊົນ 100.000 ຄົນ; ຜ່າຕັດ​ຕາ​ໂດຍ​ບໍ່​​ເກັບ​​ຄ່າ​ໃຫ້​ຜູ້​ທີ່​ມີ​ອາຍຸ​ສູງ 1.000 ຄົນ;​ ຮັບເລືອດ 13.000 ຖົງ.

ຂ່າວ/ບົດ​ອື່ນ