ຜັນຂະຫຍາຍໂຄງການສ້າງກົດໝາຍ,ລັດຖະບັນຍັດຂອງສະພາແຫ່ງຊາດໃນຊຸມເດືອນທ້າຍປີ2016ແລະ2017

ຜັນຂະຫຍາຍໂຄງການສ້າງກົດໝາຍ,ລັດຖະບັນຍັດຂອງສະພາແຫ່ງຊາດໃນຊຸມເດືອນທ້າຍປີ2016ແລະ2017 - ảnh 1
ທ່ານ ອວງຈູ​ລີ​ວ ຮອງ​ປະທານ​ສະພາ​ແຫ່ງ​ຊາດ
(ພາບ: ດີງນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/08 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງຊາດ​ນັບ​ແຕ່​ປະຈຸ​ບັນ​ຮອດ​ທ້າຍ​ປີ 2016 ​ແລະ ​ໃນ​ປີ 2017. ນີ້​ແມ່ນ​ກອງ​ປະຊຸມ​ທຳ​ອິດ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດສະ​ເພາະ​ກິດ​ຢູ່​ສູນ​ກາງ ​ແລະ ຜູ້​ຕາງໜ້າ​ການ​ນຳ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ແບ່ງ​ໜ້າ​ທີ່​ໃຫ້ອົງການ​ຍື່ນ​ສະ​ເໜີ, ກວດກາບັນດາຮ່າງກົດໝາຍ, ລັດຖະບັນຍັດ, ຄວາມ​ຄືບ​ໜ້າ​​ໃນ​ການກະກຽມ​ບັນດາ​ຮ່າງ​ກົດໝາຍ​ທີ່​ຂຶ້ນ​ກັບ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2016 ​ແລະ ປີ 2017. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ ທ່ານ ອວງຈູ​ລີ​ວ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ຜູ້ຕາງໜ້າ​ບັນດາ​ອົງການ, ສຳນັກງານ​ຮັບຜິດຊອບ​ ​ແຕ່ລະ​ຂັ້ນ​ຕອນ​ໃນ​ການ​ສ້າງ​ກົດໝາຍ. ພິ​ເສດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດສະ​ເພາະ​ກິດ ຄວນ​ສືບ​ຕໍ່​ປຶກສາ​ຫາລື, ປະກອບ​ຂໍ້​ລິ​ເລີ່​ມຕື່ມ​ອີກ​ເພື່ອ​ເຮັດ​ແຈ້ງ​ຂັ້ນ​ຕອນ, ວິທີ​ດຳ​ເນີນ, ​ເປັນ​ພື້ນຖານ​ໃຫ້​ແກ່ການ​ຜັນ​ຂະຫຍາຍການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ໃໝ່​ຂອງ​ກົດໝາຍ​ປີ 2015 ​ເປັນ​ຢ່າງດີ, ​ ປະຕິບັດ​ສຳ​ເລັດໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2016 ​ແລະ 2017 ຂອງ​ສະພາ​ແຫ່ງ​ຊາດ​ຢ່າງ​ຄົບ​ຊຸດຢ່າງມີ​ຄຸນ​ນະພາ​ບ​.

 

ຂ່າວ/ບົດ​ອື່ນ