ຜູ້ບັນຊາການກອງທັບ ຊູດານ ຮຽກຮ້ອງການເຈລະຈາ

(VOVWORLD) - ຄຳຮຽກຮ້ອງໄດ້ຍົກອອກມາ ໃນສະພາບການປະທະກັນລະຫວ່າງກອງທັບ ແລະ ບັນດາກຳລັງໜູນຊ່ວຍສຸກເສີນ (RSF), ກຳລັງເຄິ່ງການທະຫານຕົ້ນຕໍ່ຢູ່ ຊູດານ
ຜູ້ບັນຊາການກອງທັບ ຊູດານ ຮຽກຮ້ອງການເຈລະຈາ - ảnh 1ນາຍພົນ AbdelFattah al-Burhan 
(ພາບ: Twitter)

ວັນທີ 22 ເມສາ, ເມື່ອຕອບສຳພາດນັກຂ່າວຊ່ອງໂທລະພາບ Al Arabiya TV, ນາຍພົນ Abdel Fattah al-Burhan, ຜູ້ບັນຊາການກອງທັບ ຊູດານ ຮຽກຮ້ອງໃຫ້ທຸກໆຝ່າຍເຂົ້າຮ່ວມການປະທະກັນ ຈົ່ງນັ່ງເຂົ້າໂຕະເຈລະຈາ, ຊອກຫາທາງອອກເໝາະສົມ ເພື່ອສ້າງສັນຕິພາບຄືນໃໝ່ຢູ່ປະເທດ ອາບຟຣີກາ ຕາເວັນອອກນີ້.

          ຄຳຮຽກຮ້ອງໄດ້ຍົກອອກມາ ໃນສະພາບການປະທະກັນລະຫວ່າງກອງທັບ ແລະ ບັນດາກຳລັງໜູນຊ່ວຍສຸກເສີນ (RSF), ກຳລັງເຄິ່ງການທະຫານຕົ້ນຕໍ່ຢູ່ ຊູດານ, ຍັງຄົງຜັນແປໄປ, ເຮັດໃຫ້ບັນດາເງື່ອນໄຂງດຳລົງຊີວິດຢູ່ ຊູດານ ນັບມື້ນັບຊົ່ວຮ້າຍລົງ ຂະນະທີ່ມີຢ່າງໜ້ອຍສຸດ 413 ຄົນເສຍຊີວິດ ແລະ ອີກກ່ວາ 3.550 ຄົນຖືກບາດເຈັບ.

          ກ່ອນໜ້ານັ້ນ, ໃນວັນດຽວກັນ, ນາຍພົນ al-Burhan ໃຫ້ຮູ້ວ່າ: ກອງທັບ ພວມສົມທົບກັບປະເທດຕ່າງໆ ເພື່ອໜູນຊ່ວຍວຽກງານອົບພະຍົບພົນລະເມືອງຕ່າງປະເທດ, ໃນຂະນະທີ່ເກີດບັນດາການຍິງປືນປະທະກັນ ແລະ ການບຸກໂຈມຕີທາງອາກາດຍັງຄົງເກີດຂຶ້ນຢູ່ນະຄອນຫຼວງ Khartoum ໂດຍບໍ່ຫົວຊາຕໍ່ເລື່ອງບັນດາຝ່າຍເຂົ້າຮ່ວມການສູ້ຮົບ ໄດ້ໃຫ້ຄຳໝັ້ນສັນຍາຢຸດຍິງໃນເວລາ 3 ວັນນັບແຕ່ວັນທີ 21 ເມສາ, ເນື່ອງໃນໂອກາດງານບຸນ Eid al-Fitr, ເປັນຂີດໝາຍສິ້ນສຸດເດືອນ Ramadan ຂອງຊາວອິດສະລາມ. ໃນວັນທີ 22 ເມສາ, ບາງປະເທດໄດ້ເລີ່ມດຳເນີນການອົບພະຍົບພົນລະເມືອງຂອງປະເທດຕົນ.

          ໃນສະພາບການກ່ຽວຂ້ອງ, ວັນທີ 22 ເມສາ, ສະໜາມບິນສາກົນ Khartoum ໄດ້ປະກາດອົງການການບິນພົນລະເຮືອນ ຊູດານ ໄດ້ຕໍ່ກຳນົດເວລາປິດປະຕູເຂດນ່ານຟ້າຂອງປະເທດນີ້ ຮອດວັນທີ 30 ເມສາ ແລະ ໃນໄລຍະເວລານີ້, ກຳລັງປະກອບອາວຸດ ຊູດານ ຈະຕອບສະໜອງຍບໍ່ວ່າການກະທຳລະເມີດເຂດນ່ານຟ້າໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ