ຜູ້ມີຊື່ສຽງຫລາຍຄົນຈະເຂົ້າຮ່ວມການ “ແລ່ນເພື່ອຄວາມປອດໄພໃນການຈະລາຈອນ” ຢູ່ ຫວຽດນາມ

(VOVWORLD) - ການແຂ່ງຂັນ “ແລ່ນເພື່ອຄວາມປອດໄພໃນການຈະລາຈອນ” – Kizuna Ekiden ຈະດຳເນີນຢູ່ບໍລິເວນຖະໜົນທາງຍ່າງອ້ອມໜອງ ຮ່ວານກ໊ຽມ, ຮ່າໂນ້ຍ ໃນວັນທີ 18 ພະຈິກ. 

ນີ້ແມ່ນເຫດການພິເສດ ນອນໃນບັນດາການເຄື່ອນໄຫວ ຊຶ່ງດຳເນີນຢູ່ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ (1973 - 2018). ຄາດວ່າ ຈະມີນັກກິລາ ຂອງ ຫວຽດນາມ, ຍີ່ປຸ່ນ ແລະ ປະເທດຕ່າງໆປະມານ 1.600 ຄົນເຂົ້າຮ່ວມການແຂ່ງຂັນທີ່ມີຄວາມໝາຍນີ້.

        ຕາມຄະນະຈັດຕັ້ງແລ້ວ, ໃນຈຳນວນນັກກິລາ 1.600 ຄົນທີ່ເຂົ້າຮ່ວມການແຂ່ງຂັນ “ແລ່ນເພື່ອຄວາມປອດໄພໃນການຈະລາຈອນ”, ນອກຈາກບັນດາເຈົ້າໜ້າທີ່ 2 ຝ່າຍແລ້ວ, ເຫດການຍັງມີການເຂົ້າຮ່ວມຂອງສະມາຊິກວົງດົນຕີ AKB48 ທີ່ມີຊື່ສຽງຢູ່ ຍີ່ປຸ່ນ ຢ່າງໜ້ອຍສຸດ 2 ຄົນ ແລະ ບັນດານັກທຸລະກິດມີຊື່ສຽງ. ພິເສດ, ການແຂ່ງຂັນຍັງມີການເຂົ້າຮ່ວມຂອງນັກກິລາ Yoshimi Ozaki, ອະດີດແຊັມການແຂ່ງຂັນ Marathone ເພດຍິງສາກົນປີ 2008.

        ກໍ່ໃນເຫດການນີ້ິ້, ບັນດານັກກິລາ, ກອງເຊຍຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະຂອງງານບຸນວັດທະນະທຳ ແລະ ງານວາງສະແດງໂດຍແຂວງ Kanagawa ຈັດຕັ້ງແຕ່ວັນທີ 17 – 18 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ