ຜູ້​ມີ​ຍົດສັກ​ຕຳ​ແໜ່ງ ແລະ ພໍ່​ແມ່ພີ່​ນ້ອງ​ຊາວ​ກາ​ໂຕ​ລິກຜູກ​ພັນ​ຮ່ວມ​ເດີນ​ທາງ​​ພ້ອມ​ກັ​ບ​ຊາດ

(VOVWORLD) -ຕາງໜ້າໃຫ້ການນຳພັກ ແລະ ລັດ, ທ່ານ ຟ້າມບິງມິງ ອວຍພອນຜູ້ມີຍົດສັກຕຳແໜ່ງສາສະໜາກາໂຕລິກ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດທຸກຖ້ວນໜ້າຢູ່ເຂດຊາວ ຄຼິດເຫ້ວ ຕ້ອນຮັບວັນບຸນຄຼິດສະມາດ ແລະ ປີໃໝ່ສາກົນ 2022 ຢ່າງເບີກບານມ່ວນຊື່ນ ແລະ ສະຫງົບສຸກ. ທ່ານກ່າວວາ:



ຜູ້​ມີ​ຍົດສັກ​ຕຳ​ແໜ່ງ ແລະ ພໍ່​ແມ່ພີ່​ນ້ອງ​ຊາວ​ກາ​ໂຕ​ລິກຜູກ​ພັນ​ຮ່ວມ​ເດີນ​ທາງ​​ພ້ອມ​ກັ​ບ​ຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ ມອບຊໍ່ດອກໄມ້ໃຫ້ແກ່ ສັງຄະນາຍົກ 

ຕອນເຊົ້າວັນທີ 22 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນວັນ ຄຼິດສະມາດຢູ່ສຳນັກສັງຄະລາດ ເຫ້ວ. ທ່ານຮອງນາຍົກລັດຖະມົນຕີ ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງ ວົງການຜູ້ມີຍົດສັກຕຳແໜ່ງສາສະໜາກາໂຕລິກ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດ ໃນທົ່ວແຂວງ ໃນວິວັດທະນາການສ້າງສາປະເທດຊາດໃນໄລຍະຜ່ານມາ; ພິເສດແມ່ນການປະກອບສ່ວນເຫື່ອແຮງ ແລະ ຊັບສິນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕາງໜ້າໃຫ້ການນຳພັກ ແລະ ລັດ, ທ່ານ ຟ້າມບິງມິງ ອວຍພອນຜູ້ມີຍົດສັກຕຳແໜ່ງສາສະໜາກາໂຕລິກ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດທຸກຖ້ວນໜ້າຢູ່ເຂດຊາວ ຄຼິດເຫ້ວ ຕ້ອນຮັບວັນບຸນຄຼິດສະມາດ ແລະ ປີໃໝ່ສາກົນ 2022 ຢ່າງເບີກບານມ່ວນຊື່ນ ແລະ ສະຫງົບສຸກ. ທ່ານກ່າວວາ:

ເນື່ອງໃນໂອກາດວັນບຸນຄຼິດສະມາດ ກໍ່ຄືບຸນປີໃໝ່ສາກົນ, ການນຳພັກ, ລັດ ຫວັງວ່າສັງຄະນາຍົກ, ສະພາສັງຄະລາດ ຫວຽດນາມ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວກາໂຕລິກ ສືບຕໍ່ເສີມຂະຫຍາຍນ້ຳໃຈຄວາມຮັກແພງ, ປະຕິບັດກົດໝາຍ ແລະ ເຄື່ອນໄຫວ ສາສະໜາ. ປະຕິບັດຕາມແນວຄິດ ຂອງສະພາສັງຄະລາດນັ້ນແມ່ນ: ດຳລົງຊີວິດຕາມຫຼັກສິນທຳ” “ຢູ່ໃນສິນກິນໃນທຳ” ເພື່ອໃຫ້ພວກເຮົາສ້າງສາປະເທດ ຫວຽດນາມ ສາມັກຄີຈະເລີນ,ເຂັ້ມແຂງ ແລະ ສົດໄສ.

ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນວັນບຸນຄຼິດສະມາດ ຢູ່ເຂດຊາວຄຼິດ ສຳນັກຊາວຄຼິດ ຟູກາມເຫ້ວ, ຢ້ຽມຢາມຄອບຄົວຊາວຄຼິດດີເດັ່ນ.

ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ສົ່ງຈົດໝາຍອວຍພອນຜູ້ມີຍົດສັກຕຳແໜ່ງ, ນັດບວດ ພ້ອມກັບພໍ່ແມ່ປະຊາຊົນ ຖືສາສະໜາ ກີໂຕ ຫວຽດນາມທຸກຖ້ວນໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ