ຜູ້ມີສິດເລືອກຕັ້ງ ອາເມລິກາ ນັບລ້ານຄົນໄປປ່ອນບັດໃນການເລືອກຕັ້ງກາງສະໄໝ 2022

(VOVWORLD) -ເຫດການໄດ້ຮັບຖືວ່າ ຈະກຳນົດທິດທາງ, ນະໂຍບາຍຂອງ ອາເມລິກາ ໃນໄລຍະ 2 ປີຈະມາເຖິງ.
ຜູ້ມີສິດເລືອກຕັ້ງ ອາເມລິກາ ນັບລ້ານຄົນໄປປ່ອນບັດໃນການເລືອກຕັ້ງກາງສະໄໝ 2022 - ảnh 1(ຜູ້ມີສິດເລືອກຕັ້ງ ອາເມລິກາ ນັບລ້ານຄົນໄປປ່ອນບັດເລືອກຕັ້ງກາງສະໄໝ)

        ວັນທີ 08 ພະຈິກ, ຜູ້ມີສິດເລືອກຕັ້ງ ອາເມລິກາ ນັບລ້ານຄົນໄປປ່ອນບັດໃນກາງເລືອກຕັ້ງກາງສະໄໝ 2022, ເຫດການໄດ້ຮັບຖືວ່າ ຈະກຳນົດທິດທາງ, ນະໂຍບາຍຂອງ ອາເມລິກາ ໃນໄລຍະ 2 ປີຈະມາເຖິງ. ບັນດາສະຖານທີ່ປ່ອນບັດໃນທົ່ວປະເທດ ອາເມລິກາ ໄດ້ເປີດປະຕູນັບແຕ່ຕອນເຊົ້າຂອງວັນທີ 08 ພະຈິກ. ບັນດາຜູ້ມີສິດເລືອກຕັ້ງໄດ້ປ່ອນບັດຜ່ານຮູບແບບໂດຍກົງ ແລະ ຜ່ານທາງໄປສະນີ ແລະ ເກືອບເຄິ່ງໜຶ່ງຈຳນວນລັດຢູ່ ອາເມລິກາ ອະນຸຍາດໃຫ້ປະຊາຊົນຈົດທະບຽນ ແລະ ປ່ອນບັດໃນວັນເລືອກຕັ້ງ. ການເລືອກຕັ້ງປີນີ້ຈະຕັດສິນສິດອຳນາດລະຫວ່າງ 2 ພັກໃນສະພາແຫ່ງຊາດ, ຜ່ານນັ້ນກຳນົດທິດທາງ, ນະໂຍບາຍຂອງ ອາເມລິກາ ໃນໄລຍະ 2 ປີຈະມາເຖິງ.

        ການເລືອກຕັ້ງຄັ້ງນີ້ຈະເລືອກເອົາທີ່ນັ່ງສະມາຊິກທັງໝົດສະພາຕ່ຳ 435 ທີ່ນັ່ງ; 35 ທີ່ນັ່ງສະພາສູງໃນຈຳນວນທີ່ນັ່ງ ແລະ ຜູ້ວ່າການລັດ ແລະ ບັນດາເຈົ້າໜ້າທີ່ອຳນາດການປົກຄອງທ້ອງຖິ່ນ 36 ຕຳແໜ່ງ. ວຽກງານນັບບັດຈະໄດ້ດຳເນີນພາຍຫຼັງບັນດາສະຖານທີ່ປ່ອນບັດປິດປະຕູ, ເຖິງຢ່າງໃດກໍ່ຕາມ ຍ້ອນຄວາມຜິດດຽງກ່ຽວກັບເວລາ ແລະ ບັນດາຂໍ້ກຳນົດກ່ຽວກັບການນັບບັດຢູ່ບັນດາລັດແຕກຕ່າງກັນ, ຜົນການປ່ອນບັດຢູ່ບັນດາລັດ ບໍ່ໄດ້ປະກາດໃນເວລາດຽວກັນ ຊ້ຳບໍ່ໜຳຈະແກ່ຍາວຮອດເວລາ 2-3 ວັນຫຼັງຈາກນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ