ຜູ້ມີສິດເລືອກຕັ້ງຕີລາຄາສູງວາລະຊັກຖາມຂອງບັນດາລັດຖະມົນຕີ

ຜູ້ມີສິດເລືອກຕັ້ງຕີລາຄາສູງວາລະຊັກຖາມຂອງບັນດາລັດຖະມົນຕີ - ảnh 1
(​ທ່ານ​ລັດຖະມົນຕີ ກ້າວ​ດຶກ​ຟາດ)

(vovworld) – ​ໂດ​ຍສືບ​ຕໍ່​ຕິດຕາມ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ​​ເຊິ່ງພວມ​ດຳ​ເນີນ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13. ​ໃນຕອນ​ເຊົ້າ​ວັນ​ທີ 17/11, ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ​ດ່າ​ນັ້ງ ຖືວ່າ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ຊັກ​ຖາມ​ບັນດາ​ລັດຖະມົນຕີ​ກ່ຽວ​ກັບ​ຫຼາຍ​ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງສົນ​ໃຈ. ຜູ້​ມີ​ສິດ​ເລືອກ​ຕັ້ງ ດິງດິ່ງ​ຕວນ, ຢູ່ນະຄອນ​ໂຮ່ຈິ​ມິນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຕັດສິນ​ຂອງ​ລັດຖະບານ ​ໃນ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ. ຕາມ​ທ່ານ ດິງດິ່ງ​ຕວນ ​ແລ້ວ, ຫົວໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ສ່ວນ​ຫຼາຍໄດ້​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​​ເປັນ​ຢ່າງ​ດີ, ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​​ເພື່ອ​ປັບປຸງ​ພາບ​ຂອງ​ຂະ​ແໜງຄື​ດັ່ງ​ຄຳ​ໝັ້ນ​ສັນຍາ​​ທີ່​ໃຫ້ຕໍ່​ສະມາຊິກ​ສະພາ​ແຫ່ງ​ຊາດ. ຜູ້​ມີ​ສິດ​ເລືອກຕັ້ງ ຫວູບ໋າ​ຮຽບ, ຢູ່​ນະຄອນ​ເກີນ​​ເທີ ມີ​ຄວາມ​ພຶງ​ພໍ​ໃຈ​ພໍ່​ສົມຄວນ​ກ່ຽວ​ກັບ​ວາລະ​ຊັກ​ຖາມ​ຂອງ​ທ່ານ​ລັດຖະມົນຕີ ກ້າວ​ດຶກ​ຟາດ ​ແລະ ຖື​ວ່າ, ຕ້ອງ​ມີ​​​ເວລາ​ເພື່​ອ​ໃຫ້​ລັດຖະມົນຕີ ​ແກ້​ໄຂ​ບັນດາ​ບັນຫາ​ທີ່ມີ​ລັກສະນະ​ທົ່ວ​ປະ​ເທດ ກໍ​ຄື​ສະ​ເພາະເຂດ​ທົ່ງ​ພຽງ​ແມ່​ນ້ຳຂອງ ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ກະສິກຳ​​ໃນ​ປະຈຸ​ບັນ. ຜູ້​ມີ​ສິດ​ເລືອກຕັ້ງ​ ​ໂດ້ວັນ​ມິ​ງ, ​ຢູ່​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຕີ​ລາຄາ​ສູງ​ວິທີ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້,  ທ່ານໂດ້ວັນ​ມິ​ງ ປາດ​ຖະໜາ​ວ່າ​ ວິທີ​ຊັກ​​ຖາມ​ນີ້ ​ຈະ​ໄດ້​ຮັບ​ການ​ສືບ​ຕໍ່ປະຕິບັດ​​ໃຫ້​ຫຼາຍ​ກວ່າ.

ຂ່າວ/ບົດ​ອື່ນ