ຜູ້ມີສິດເລືອກຕັ້ງສ່ວນຫລາຍບໍ່ເຊື່ອໝັ້ນຕໍ່ນະໂຍບາຍການທູດຂອງ ອາເມລິກາ ຕໍ່ບັນຫາ ສປປ.ເກົາຫຼີ

(VOVWORLD) - ຕາມໝາກຜົນແຫ່ງການຢັ່ງຫາງສຽງໂດຍ Hill-HarixX Poll ດຳເນີນເຊິ່ງໄດ້ປະກາດໃນວັນທີ 19 ກໍລະກົດ, ຜູ້ມີສິດເລືອກຕັ້ງ ອາເມລິກາ ສ່ວນຫລາຍໃຫ້ຮູ້ວ່າ: 

ເຂົາເຈົ້າບໍ່ເຊື່ອໝັ້ນວ່າ ນະໂຍບາຍທາງການທູດສ່ວນຕົວຂອງທ່ານປະທານາທິບໍດີ Trump ກັບ ສປປ.ເກົາຫຼີ ຈະນຳມາເຊິ່ງໝາກຜົນສຸດທ້າຍແມ່ນສ້າງແຫຼມ ເກົາຫຼີ ປອດນິວເຄຼຍ. ການຢັ່ງຫາງສຽງໄດ້ສະແດງໃຫ້ເຫັນວ່າ ຜູ້ມີສິດເລືອກຕັ້ງ ອາເມລິກາ 54% ມີຄວາມສົງໄສກ່ຽວກັບການພົວພັນສະໜິດສະໜົມລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະນຳມາເຊິ່ງໝາກຜົນສຸດທ້າຍແມ່ນປອດນິວເຄຼຍ, ໃນຂະນະນັ້ນ ມີພຽງແຕ່ 31% ໄດ້ສະແດງຄວາມເຊື່ອໝັ້ນຕໍ່ວິທີສຳຜັດຂອງທ່ານ Trump ວ່າຈະເຮັດໃຫ້ ສປປ.ເກົາຫຼີ ປະລະຄວາມມັກໃຫຍ່ໃຝ່ສູງດ້ານນິວເຄຼຍຂອງຕົນ.

ຜູ້ມີສິດເລືອກຕັ້ງສ່ວນຫລາຍບໍ່ເຊື່ອໝັ້ນຕໍ່ນະໂຍບາຍການທູດຂອງ ອາເມລິກາ ຕໍ່ບັນຫາ ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ: AFP/TTXVN)

        ການຢັ່ງຫາງສຽງໄດ້ດຳເນີນໄປໃນສະພາບການທີ່ ອາເມລິກາ ແລະ ສປປ.ເກົາຫຼີ ພວມສົ່ງເສີມບັນດາການເຈລະຈາກ່ຽວກັບບັນຫາປອດນິວເຄຼຍ ພາຍຫລັງການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຢູ່ເຂດຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນທ້າຍເດືອນ ມິຖຸນາ ຜ່ານມາ. ທີ່ການພົບປະນີ້, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຕໍ່ເລື່ອງເລີ່ມເຄື່ອນໄຫວວິວັດທະນາການເຈລະຈາປອດນິວເຄຼຍຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ