ຜູ້ມີສິດເລືອກຕັ້ງເຫັນດີເຫັນພ້ອມຕໍ່ບັນດາບັນຫາຊັກຖາມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ

(VOVWORLD) -  ວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 ໃນຕອນເຊົ້າວັນທີ 06 ພະຈິກ ໄດ້ຮັບຄວາມສົນໃຈຈາກບັນດາຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.
ຜູ້ມີສິດເລືອກຕັ້ງເຫັນດີເຫັນພ້ອມຕໍ່ບັນດາບັນຫາຊັກຖາມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ - ảnh 1 ວາລະຊັກຖາມ ແລະ ຕອບຄຳຊັກຖາມ (ພາບ: VGP)

        ຜ່ານການຊັກຖາມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ຜູ້ມີສິດເລືອກຕັ້ງ ຫງວຽນຈ້ອງບ໋າວ, ຢູ່ແຂວງ ລາວກາຍ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ເປົ້າໝາຍທີ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນອາດຈະສະໜອງການບໍລິການສາທາລະນະທາງອອນລາຍລະດັບ 4 ໃນປີ 2020 ໃຫ້ໄດ້ 30% ຕາມຄວາມຮຽກຮ້ອງຕ້ອງການຂອງລັດຖະບານ, ເຖິງວ່ານີ້ແມ່ນເປົ້າໝາຍທີ່ຫຍຸ້ງຍາກກໍ່ຕາມ.

        ທີ່ແຂວງ ດ້ຽນບຽນ ແລະ ແຂວງ ເຊີນລາ, ຜູ້ມີສິດເລືອກຕັ້ງຫລາຍຄົນໄດ້ສະແດງຄວາມເຫັນດີເຫັນພ້ອມຕໍ່ເນື້ອໃນການຕອບຄຳຊັກຖາມຂອງທ່ານປະທານສານສູງສຸດ ຫງວຽນຮ່ວາບີ່ງ. ອ້າຍ ຫງວຽນເຊີນນາມ ຢູ່ແຂວງ ເຊີນລາ ໃຫ້ຮູ້ວ່າ:

        “ຜ່ານການຊັກຖາມ ແລະ ຕອບຄຳຊັກຖາມລະຫວ່າງບັນດາສະມາຊິກສະພາແຫ່ງຊາດ ແລະ ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນ ຂ້າພະເຈົ້າມີຄວາມພາກພູມໃຈຫລາຍ, ພິເສດແມ່ນ ວາລະຊັກຖາມໄດ້ຫຍໍ້ເວລາລົງ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຕັ້ງຄຳຖາມ ແລະ ມີເວລາຫລາຍກ່ວາ ເພື່ອໃຫ້ບັນດາສະມາຊິກລັດຖະບານຕອບ, ສະນັ້ນແມ່ນເໝາະສົມທີ່ສຸດ.

ແລະໃນຕອນບ່າຍວັນທີ 06 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດສືບຕໍ່ດຳເນີນການຊັກຖາມບັນດາສະມາຊິກລັດຖະບານ. ບັນດາເນື້ອໃນຊັກຖາມແມ່ນກ່ຽວຂ້ອງເຖິງບັນດາຂະແໜງການ, ຂົງເຂດຄື: ເສດຖະກິດ, ວັດທະນະທຳ, ກະສິກຳ, ຄົມມະນາຄົມຂົນສົ່ງ, ແຮງງານ…

ຕອບກັບ

ຂ່າວ/ບົດ​ອື່ນ