ຜູ້ມີສິດເລືອກຕັ້ງໄດ້ຕັ້ງຄວາມຄາດຫວັງຕໍ່ບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການ

(VOVWORLD) - ຜູ້ມີສິດເລືອກຕັ້ງມີຄວາມຄາດຫວັງກ່ຽວກັບບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການ ກ່ຽວກັບຫຼາຍບັນຫາເຄັ່ງຮ້ອນ ທີ່ກອງປະຊຸມຄັ້ງນີ້...

ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄຂຂຶ້ນໃນຕອນເຊົ້າວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ ດ້ວຍຫຼາຍເນື້ອໃນສຳຄັນ. ຄາດວ່າ, ສະພາແຫ່ງຊາດຈະໄດ້ຮັບຮອງເອົາຮ່າງກົດໝາຍ 8 ສະບັບ, ຮ່າງມະຕິ 3 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບ.

ຜູ້ມີສິດເລືອກຕັ້ງໄດ້ຕັ້ງຄວາມຄາດຫວັງຕໍ່ບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການ - ảnh 1ຜູ້ມີສິດເລືອກຕັ້ງປະກອບຄຳເຫັນກ່ອນທີ່ຈັດກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ XV
(ພາບ: VOV)

        ຜູ້ມີສິດເລືອກຕັ້ງມີຄວາມຄາດຫວັງກ່ຽວກັບບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການ ກ່ຽວກັບຫຼາຍບັນຫາເຄັ່ງຮ້ອນ ທີ່ກອງປະຊຸມຄັ້ງນີ້, ຄື ການສືບຕໍ່ປະກອບຄຳເຫັນຄັ້ງທີ 2 ເຂົ້າໃນຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ):

- ກົດໝາຍວ່າດ້ວຍທີ່ດິນ ກ່ຽວຂ້ອງເຖິງການເກັບຄືນທີິ່ດິນ ແລະ ລາຄາທີ່ດິນ. ເລື່ອງເກັບຄືນທີ່ດິນເຊິ່ງບໍ່ແຈ້ງລາຄາທີ່ດິນແມ່ນບໍ່ໄດ້. ການຈັດແບ່ງທີ່ດິນກໍ່ຕ້ອງປະຕິບັດຢ່າງເຂັ້ມງວດ. ຖ້າຜູ້ໃດເຮັດຜິດຕ້ອງປັບໄໝຢ່າງແຮງ, ຍ້ອນວຽກງານນີ້ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ປະເທດຊາດ.

- ປະຈຸບັນ, ຄິດໄລ່ລາຄາທີ່ດິນຕາມລາຄາທ້ອງຕະຫຼາດແມ່ນຄືແນວໃດ. ທີສອງແມ່ນ, ເຫັນດີຖ້າການຄິດໄລ່ຕາມລາຄາທ້ອງຕະຫຼາດ, ແຕ່ດ້ວຍເງື່ອນໄຂວ່າ ພວກເຮົາຕ້ອງຄວບຄຸມເປັນຢ່າງດີ ເພື່ອໃຫ້ຕະຫຼາດສ່ອງແສງຢ່າງຖືກຕ້ອງ.

ຜູ້ມີສິດເລືອກຕັ້ງປາດຖະໜາວ່າ, ບັນດາສະມາຊິກສະພາແຫ່ງຊາດຈະຍົກອອກບັນດາມາດຕະການດີທີ່ສຸດເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ, ເພື່ອແນໃສ່ບັນລຸໄດ້ເປົ້າໝາຍການເຕີບໂຕ 6,5% ໃນປີ 2023, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກໃນໄລຍະ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ