ຜູ້ມີສິດເລືອກຕັ້ງໄທເກືອບທັງໝົດສະໜັບສະໜູນຮ່າງລັດຖະທຳສະບັບໃໝ່

ຜູ້ມີສິດເລືອກຕັ້ງໄທເກືອບທັງໝົດສະໜັບສະໜູນຮ່າງລັດຖະທຳສະບັບໃໝ່ - ảnh 1
ການລົງປະຊາມະຕິຢູ່ໄທເມື່ອວັນທີ 7/8 ຜ່ານມາ
(ພາບ: EPA)

(vovworld) – ​ຕອນ​ບ່າຍ​ວັນ​ທີ 10/8, ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ (TEC) ​ໄດ​້ປະກາດ​ໝາກຜົນ​ສຸດ​ທ້າຍ​ຂອງ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ​ເອກະສານ​ນີ້​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຈຳນວນ 61,35 ​ຜູ້​ມີ​ສິດ​ເລືອ​ກຕັ້ງ. ໝາກຜົນ​ນີ້​ໄດ້​ຮັບ​ການ​ຕີ​ລາຄາ​ແມ່ນ​ໄຊຊະນະ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ປຣາຢຸດ ຈັນ​ໂອຊາ ​ໃນ “ການ​ທົດ​ລອງ” ​ໃຫຍ່​ສຸດ​ຂອງ​ຫາງ​ສຽງ​ນັບ​ແຕ່​ເມື່ອ​ທ່ານ​ຂຶ້ນ​ກຳ​ອຳນາດ​ເມື່ອ​ປີ 2014 ພາຍຫຼັງ​ເກີດ​ການ​ກໍ່​ລັດຖະປະຫານ.

        ນີ້​ແມ່ນ​ການ​ລົງ​ປະຊາ​ມະຕິ​ຄັ້ງ​ທີ 2 ກ່ຽວ​ກັບ​ລັດຖະທຳ​ມູນ​ຢູ່​ໄທ. ອັດຕາ​ຜູ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ບັນລຸ 59%. ດ້ວຍ​ໝາກຜົນ​ນີ້, ຮ່າງ​ລັດຖະທຳ​ມະນູນ​ທີ່​ອຳນາດ​ການ​ປົກຄອງ​ການ​ທະຫານ​ຂອງ​ໄທ ຫາ​ກໍ່​ຍົກ​ອອກ​ມາ​​ເພື່ອ​ລົງ​ປະຊາ​ມະຕິ​ຈະ​ກາຍ​ເປັນ​ລັດຖະທຳ​ມະນູນທີ 20 ​ໃນ​ປະຫວັດ​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ນີ້, ​ເລີ່​ມ​​ແຕ່​ຕົ້ນ​ປີ 1932. ພາຍຫຼັງ​ການ​ລົງ​ປະຊາ​ມະ​ຕິ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ປະກາດ​ປະ​ເທດ​ນີ້​ຈະ​ຈັດ​ຕັ້ງການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ເດືອນ 11/2017.


ຂ່າວ/ບົດ​ອື່ນ