ຜູ້ສະໝັກເລືອກຕັ້ງ Joe Biden ​ລືນ​ຄູ່​ແຂ່ງ​ຕື່ມ​ອີກ 16 ຄະແນນໃນທົ່ວປະເທດ

(VOVWORLD) -ຜູ້ສະໝັກເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີອາເມລິກາຂອງພັກປະຊາທິປະໄຕອາເມລິກາ Joe Biden ໄດ້ລືນກາຍທ່ານປະທານາທິບໍດີ Donald Trump 16 ຄະແນນໃນທົ່ວປະເທດ, ດ້ວຍອັດຕາ 57%-41%.

ຜູ້ສະໝັກເລືອກຕັ້ງ Joe Biden ​ລືນ​ຄູ່​ແຂ່ງ​ຕື່ມ​ອີກ 16 ຄະແນນໃນທົ່ວປະເທດ - ảnh 1 ຜູ້ສະໝັກເລືອກຕັ້ງ Joe Biden ແລະ ທ່ານປະທານາທິບໍດີ Donald Trump

(ພາບ: CNN)

ໝາກຜົນການຢັ່ງຫາງສຽງຂອງສຳນັກຂ່າວສານ CNN ທີ່ປະກາດໃນວັນທີ 06 ຕຸລາ ໄດ້ຊີ້ໃຫ້ເຫັນວ່າ, ຜູ້ສະໝັກເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີອາເມລິກາຂອງພັກປະຊາທິປະໄຕອາເມລິກາ Joe Biden ໄດ້ຕີອອກຫ່າງຈາກທ່ານປະທານາທິບໍດີ Donald Trump 16 ຄະແນນໃນທົ່ວປະເທດ, ດ້ວຍອັດຕາ 57%-41%.

        ການຢັ່ງຫາງສຽງໄດ້ດຳເນີນໄປພາຍຫຼັງການໂຕ້ວາທີປະທານາທິບໍດີຄັ້ງທຳອິດ ແລະ ພາຍຫຼັງການປະກາດວ່າ ທ່ານປະທານາທິບໍດີ Donald Trump ຕິດເຊື້ອພະຍາດໂຄວິດ-19. ລະອຽດແມ່ນ, ຕາມໝາກຜົນການຢັ່ງຫາງສຽງແລ້ວ, ທ່ານ Joe Biden ໄດ້ຮັບການສະໜັບສະໜູນຫຼາຍກວ່າໃນຫຼາຍບັນຫາລວມມີ: ການສຸກເສີມສຸຂະພາບ, ສະເໜີຜູ້ພິພາກສາສານສູງສຸດ, ໂລກລະບາດໂຄວິດ-19 ແລະ ແກ້ໄຂຄວາມບໍ່ລົງລອຍກັນກ່ຽວກັບເຊື້ອຊາດຜິວພັນ. ໝາກຜົນການຢັ່ງຫາງສຽງກໍ່ຊີ້ໃຫ້ເຫັນວ່າ, ມີຜູ້ຖືກຖາມຈຳວນ 57%  ໄດ້ຖືວ່າ ທ່ານ Joe Biden ໄດ້ເຮັດເປັນຢ່າງດີກວ່າໃນການໂຕ້ວາທີຄັ້ງທຳອິດ, ໃນຂະນະທີ່ມີພຽງຈຳນວນ 26% ໄດ້ສະໜັບສະໜູນທ່ານ Donald Trump ແລະ 14% ແມ່ນບໍ່ສະໜັບສະໜູນທັງ 2 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ