ຜູ້ອາສາສະໝັກ, ຊາວໜຸ່ມກາແດງ-ກະທຳເພື່ອວົງຄະນະຍາດ

(VOVWORLD) -ວັນທີ 3 ສິງຫາ, ສູນກາງສະພາກາແດງຫວຽດນາມໄດ້ສົມທົບກັບສູນກາງຄະນະຊາວໜຸ່ມກອມມູນິດຫວຽດນາມ, ກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ຈັດງານຕັ້ງຄ້າຍຜູ້ອາສາສະໝັກ, ຊາວໜຸ່ມກາແດງທົ່ວປະເທດຄັ້ງທີ 5 ຢູ່ນະຄອນ ເກີນເທີ ແນໃສ່ຍ້ອງຍໍຊົມເຊີຍ, ເຊີດຊູບັນດາການປະກອບສ່ວນ, ອຸທິດສ່ວນຂອງກຳລັງ ຜູ້ອາສາສະໝັກ, ຊາວໜຸ່ມໃນການເຄື່ອນໄຫວມະນຸດສະທຳ. 
ຜູ້ອາສາສະໝັກ, ຊາວໜຸ່ມກາແດງ-ກະທຳເພື່ອວົງຄະນະຍາດ - ảnh 1ພິທີໄຂງານຕັ້ງຄ້າຍຜູ້ອາສາສະໝັກ, ຊາວໜຸ່ມກາແດງທົ່ວປະເທດຄັ້ງທີ 5 

ງານຕັ້ງຄ້າຍມີຫົວເລື່ອງວ່າ : “ຜູ້ອາສາສະໝັກ, ຊາວໜຸ່ມກາແດງ-ກະທຳເພື່ອວົງຄະນະຍາດ ” ມີການເຂົ້າຮ່ວມຂອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ພ້ອມກັບ ຜູ້ອາສາສະໝັກ, ຊາວໜຸ່ມກາແດງທີ່ດີເດັ່ນໃນທົ່ວປະເທດ ແລະ ບັນດາຜູ້ແທນສາກົນລວມທັງໝົດ 511 ຄົນ. ເພື່ອນ ຕະກວາງດຶກ ຢູ່ເມືອງຟອງດຽນ, ນະຄອນ ເກີນເທີ ຊຶ່ງແມ່ນໜຶ່ງໃນ ຜູ້ອາສາສະໝັກດີເດັ່ນ 180 ຄົນ ເວົ້າວ່າ : 

    “ ຜ່ານງານຕັ້ງຄ້າຍ, ຂ້າພະເຈົ້າຢາກຮຽນຮູ້,  ພົບປະແລກປ່ຽນຖອດຖອນບົດຮຽນ, ທັກສະການເຄື່ອນໄຫວ, ທັກສະໂຄສະນາກ່ຽວກັບການເຄື່ອນໄຫວສະກັດກັ້ນ, ຮັບມືກັບໄພພິບັດຂອງສະພາກາແດງບັນດາທ້ອງຖິ່ນ ກໍຄືເພື່ອນມິດສາກົນ. ຜ່ານວຽກງານ ກໍມີວິທີປະຖົມພະຍາບານຢ່າງທັນການເມື່ອໄພພິບັດທຳມະຊາດເກີດຂຶ້ນ ”

ຕອບກັບ

ຂ່າວ/ບົດ​ອື່ນ