ຜູ້​ອຳ​ນວຍ​ການ IMF ກ່າວ​ເຕືອນ​ຄວາມ​ສ່ຽງ​ຊຸດ​ໂຊມ​ດ້ານ​ເສດ​ຖະ​ກິດ​ທົ່ວ​ໂລກ​ສູງ​ກ່​ວາ

(VOVWORLD) -ບັນດານັກວາງແຜນນະໂຍບາຍທົ່ວໂລກ ຄວນມີການກະທຳສົມທົບກັນ ເພື່ອແນໃສ່ສະກັດກັ້ນ “ສິ່ງປົກກະຕິໃໝ່ ອັນຕະລາຍ”, ໃນສະພາບການອາດຈະເກີດຄວາມສ່ຽງຊຸດໂຊມທົ່ວໂລກ ນັບມື້ນັບເພີ່ມຂຶ້ນສູງ ຍ້ອນການຜັນແປດ້ານເສດຖະກິດໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ.
ຜູ້​ອຳ​ນວຍ​ການ IMF ກ່າວ​ເຕືອນ​ຄວາມ​ສ່ຽງ​ຊຸດ​ໂຊມ​ດ້ານ​ເສດ​ຖະ​ກິດ​ທົ່ວ​ໂລກ​ສູງ​ກ່​ວາ - ảnh 1ທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) (ພາບ: TTXVN)

ຖະແໜງການດັ່ງກ່າວ ໂດຍທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) ຍົກອອກມາໃນວັນທີ 6 ຕຸລາ ກ່ອນດຳເນີນກອງປະຊຸມປະຈຳປີ ຂອງ IMF ແລະ ທະນາຄານ ໂລກ (WB) ຄາດວ່າຈະດຳເນີນໃນອາທິດໜ້າ. ກ່າວຄຳເຫັນທີ່ມະຫາວິທະຍາໄລ Georgetown (ອາເມລິກາ), ທ່ານນາງ Georgieva ເນັ້ນໜັກວ່າ ສິ່ງສຳຄັນໃນປັດຈຸບັນແມ່ນຕ້ອງ “ຮັກສາສະຖຽນລະພາບພື້ນຖານເສດຖະກິດທົ່ວໂລກດ້ວຍວິທີການແກ້ໄຂບັນດາສິ່ງທ້າທາຍຈຳເປັນ ທີ່ສຸດ”, ໃນນັ້ນມີສະພາບການໄພເງິນເຟີ້. ທ່ານນາງ  Georgieva ໃຫ້ຮູ້ວ່າ, ລະບອບລະບຽບການດ້ານການເງິນໃນທົ່ວໂລກ ມີແຜນການສືບຕໍ່ຫຼຸດການຄາດຄະເນການເຕີບໂຕເສດຖະກິດໂລກ ໃນປີ 2023 ທີ່ອາດຈະໄດ້ປະກາດໃນກອງປະຊຸມປະຈຳປີ, ທີ່ຈະດຳເນີນໃນອາທິດໜ້າຢູ່ ວໍຊິງຕັນ (ອາເມລິກາ). ນີ້ແມ່ນກອງປະຊຸມເຊິ່ງໜ້າຂອງກອງທຶນ IMF ແລະ WB ຄັ້ງທຳອິດນັບແຕ່ປີ 2019 ເປັນຕົ້ນໄປ - ກ່ອນການເກີດພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ