ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ IMF ກ່າວ​ເຕືອນ​ວິ​ກິດ​ການ ຢູ​ແກຼນ ແລະ ໄພ​ເງິນ​ເຟີ້​ພວມ​ນາບ​ຂູ່​ເສດ​ຖະ​ກິດ​ທົ່ວ​ໂລກ

(VOVWORLD) -ທ່ານນາງ Georgieva ກໍ່ຮຽກຮ້ອງໃຫ້ມີຂໍ້ລິເລີ່ມຫຼາຍຝ່າຍ ເພື່ອແນໃສ່ເພີ່ມທະວີການຄ້ຳປະກັນທັນຍາຫານ ໃນສະພາບທີ່ລາຄາອາຫານເສີມ ແລະ ສາລີ ພວມເພີ່ມຂຶ້ນ ແລະ ແຫຼ່ງສະໜອງຢູ່ ອາບຟຼິກກາ ແລະ ພາກ ຕາເວັນອອກ ກາງພວມໝົດກ້ຽງ.
ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ IMF ກ່າວ​ເຕືອນ​ວິ​ກິດ​ການ ຢູ​ແກຼນ ແລະ ໄພ​ເງິນ​ເຟີ້​ພວມ​ນາບ​ຂູ່​ເສດ​ຖະ​ກິດ​ທົ່ວ​ໂລກ - ảnh 1ທ່ານນາງ Kristalina Georgieva ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF)
(ພາບ: AFP/TTXVN)

ວັນທີ 14 ເມສາ, ທ່ານນາງ Kristalina Georgieva ຜູ້ອຳນວຍການຝ່າຍບໍລິຫານກອງທຶນເງິນຕາສາກົນ (IMF) ໄດ້ກ່າວເຕືອນວ່າ ວິກິດການຢູແກຼນ ພວມເຮັດໃຫ້ແງ່ຫວັງດ້ານເສດຖະກິດຕໍ່ບັນດາປະເທດເກືອບທັງໝົດໃນໂລກອ່ອນຕົວລົງ. ທ່ານນາງ Kristalina Georgieva ກໍ່ຖື ໄພເງິນເຟີ້ຢູ່ລະດັບສູງ ແມ່ນຄວາມສ່ຽງອັນຕະລາຍຢ່າງຈະແຈ້ງ ຕໍ່ພື້ນຖານເສດຖະກິດທົ່ວໂລກ ໃນປັດຈຸບັນ.

ທ່ານນາງ Kristalina Georgieva ໃຫ້ຮູ້ວ່າ ສົງຄາມຂອງລັດເຊຍ ຢູ່ຢູແກຼນແມ່ນໜຶ່ງໃນປັດໄຈທີ່ເຮັດໃຫ້ພື້ນຖານເສດຖະກິດຂອງ 143 ປະເທດຫຼຸດລະດັບ ເຖິງວ່າ ເສດຖະກິດຢູ່ຫຼາຍປະເທດ ຍັງສືບຕໍ່ມີການເຕີບໂຕ. ວິກິດການ ຢູແກຼນ ກໍ່ເຮັດໃຫ້ການຄ້າທົ່ວໂລກ ທາງດ້ານພະລັງງານ, ທັນຍາຫານ, ອາຫານເສີມຂາດວັກຂາດຕອນ ແລະ ໄພນາບຂູ່ອາດຈະເກີດການຂາດດຸນທັນຍາຫານຢູ່ອາບຟຼິກກາ ແລະ ພາກຕາເວັນອອກກາງ.

ທ່ານນາງ Georgieva ກໍ່ຮຽກຮ້ອງໃຫ້ມີຂໍ້ລິເລີ່ມຫຼາຍຝ່າຍ ເພື່ອແນໃສ່ເພີ່ມທະວີການຄ້ຳປະກັນທັນຍາຫານ ໃນສະພາບທີ່ລາຄາອາຫານເສີມ ແລະ ສາລີ ພວມເພີ່ມຂຶ້ນ ແລະ ແຫຼ່ງສະໜອງຢູ່ ອາບຟຼິກກາ ແລະ ພາກຕາເວັນອອກກາງ ພວມໝົດກ້ຽງ.

ຕອບກັບ

ຂ່າວ/ບົດ​ອື່ນ