ຜູ້ອຳນວຍການໃຫຍ່IAEAໄປຍັງອີຣານ

ຜູ້ອຳນວຍການໃຫຍ່IAEAໄປຍັງອີຣານ - ảnh 1
ທ່ານ Yukiya Amano, ຜູ້ອຳນວຍ​ໃຫຍ່​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA)
(ພາບ: AP)

(vovworld) – ຜູ້ອຳນວຍ​ໃຫຍ່​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA), ທ່ານ Yukiya Amano, ​ໄດ້​ໄປ​ຍັງ ອີຣານ ​ແລະ ເຈລະຈາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ອັນ​ດັບ​ໜຶ່ງຂອງ​ປະ​ເທດ​ເຈົ້າພາບ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ອີຣານ. ວັນ​ທີ 17/8, ທ່ານ Yukiya Amano ​ໄດ້​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ Mohammad Javad Zarif ກ່ອນ​ທີ່​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ Hassan Rouhani ​ແລະ ຫົວໜ້າ​ຄະນະ​ເຈລະຈາ​ນິວ​ເຄຼຍປະ​ເທດ​ເຈົ້າພາບ Ali Akbar Salehi. ຂໍ້​ມູນ​ຂ່າວລະອຽດ​ກ່ຽວ​ກັບ​ການ​ພົບ​ປະບໍ່​ທັນ​ໄດ້​ປະກາດ​ຢ່າງ​ຈະ​ແຈ້ງ​ເທື່ອ. ຜູ້ອຳນວຍການ​ໃຫຍ່ IAEA ​ໄປ​ຍັງ ອີຣານ ກ່ອນ​ເວລາ​ກຳນົດສຸດ​ທ້າຍ​ແມ່ນ (ວັນ​ທີ 24/8/2014) ກ່ຽວ​ກັບ​ເລື່ອງ ອີຣານ ຕ້ອງ​ສະໜອງ​ຂໍ້​ມູນ​ຂ່າ​ວກ່ຽວ​ກັບ​ບັນດາ​ໂຄງການ​ຄົ້ນ​ຄ້ວາ​ນິວ​ເຄຼຍຂອງ​ຕົນພຽງ​ໜຶ່ງ​ອາທິດ. ຄາດ​ວ່າ, ຮອບ​ເຈລະຈາ​ໃໝ່​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1 ຈະ​​​​ໄດ້ຈັດ​ຕັ້ງກ່ອນ​ວາລະ​ປະຊຸມ​ຂອງ​ສະພາ​ຄວາ​ມໝັ້ນຄົງ ສປຊ ​ໃນ​ວັນ​ທີ 16/9 ຈະ​ມາ​ເຖິງ. ​ເນື້ອ​ໃນ​ຂອງ​ການ​ເຈລະຈາ​ສຸມ​ໃສ່​ເຂົ້າ​ໃນ​ການ​ຮັບ​ປະກັນ​ການ​ປະຕິບັດ​ບັນດາ​ມາດຕາ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ຂໍ້​ຕົກລົງ​ເບື້ອງ​ຕົ້ນ​ຄື: ອີຣານ ຈະ​ຮັດ​ແຄບ​ຂອບ​ຂະໜາດ​ໂຄງການ​ນິວ​ເຄຼຍ​ແທນ​ທີ​​ເລື່ອງ​ບັນດາ​ປະ​ເທດ​ຝ່າຍ​ຕ​າ​ເວັນ​ຕົກ ຍຸບ​ເລີກ​ສ່ວນ​ໜຶ່ງ​ຂອງ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ ອີຣານ.




ຂ່າວ/ບົດ​ອື່ນ