ຜູ້​ຮັກ​ສາ​ການ​ປະ​ທານ​ປະ​ເທດຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ແຫ່ງ​ຊາດ​ທະ​ນາ​ຄານ​ໂລກ ປະ​ຈຳ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 27 ມີນາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Carolyn Turk ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

ຜູ້​ຮັກ​ສາ​ການ​ປະ​ທານ​ປະ​ເທດຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ແຫ່ງ​ຊາດ​ທະ​ນາ​ຄານ​ໂລກ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການປະທານປະເທດຫວຽດນາມ ໃຫ້ການຕ້ອນຮັບທ່ານນາງ Carolyn Turk ຜູ້ອຳນວຍການໃຫຍ່ແຫ່ງຊາດທະນາຄານໂລກ ປະຈຳ ຫວຽດນາມ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງ ຫວໍທິແອັງຊວັນ ໄດ້ຕີລາຄາສູງການປະກອບສ່ວນຂອງ WB ໃນການໜູນຊ່ວຍການພັດທະນາ ແລະ ຍົກສູງລະດັບການດຳລົງຊີວິດຂອງປະຊາຊົນຢູ່ບັນດາປະເທດສະມາຊິກໃນໂລກ. ສຳລັບ ຫວຽດນາມ, WB ແມ່ນໜຶ່ງ 3 ຄູ່ຮ່ວມມືພັດທະນາທີ່ສະໜອງທຶນກູ້ຢຶມຈາກຕ່າງປະເທດຫຼາຍທີ່ສຸດ, ຕອບສະໜອງປະມານ 35%ທຶນກູ້ຢືມຈາກຕ່າງປະເທດ ຂອງ ຫວຽດນາມ. ນັບແຕ່ປີ 1993 ມາຮອດປັດຈຸບັນ, WB ໃຫ້ຄຳໝັ້ນສັນຍາ ໃຫ້ຫວຽດນາມ ກູ້ຢືມເງິນປະມານ 25ຕື້ USD ເພື່ອປະຕິບັດ 180 ໂຄງການ, ແຜນການໃນຫຼາຍຂົງເຂດທີ່ແຕກຕ່າງກັນ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການຊ່ວຍຫວຽດນາມພັດທະນາ ເສດຖະກິດ - ສັງຄົມ.

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິແອັງຊວັນ ໄດ້ສະແດງຄວາມຊົມເຊີຍທ່ານນາງ Carolyn Turk ທີ່ມີອາຍຸການປະຕິບັດງານປະສົບຜົນສຳເລັດ, ຍາມໃດກໍ່ເປັນຂົວເຊື່ອມຕໍ່, ໜູນຊ່ວຍໃຫ້ການຮ່ວມມື, ພັດທະນາລະຫວ່າງ ຫວຽດນາມ ແລະ WB. ສ່ວນທ່ານນາງ Carolyn Turk ກໍ່ມີຄວາມເຄົາລົບຕໍ່ການສະໜັບສະໜູນ ແລະ ການສົມທົບກັນຂອງບັນດາກະຊວງ, ຂະແໜງການ ຫວຽດນາມ ກັບ WB ໃນໄລຍະຜ່ານມາ, ທ່ານນາງ ຢັ້ງຢືນວ່າ WB ຍາມໃດກໍ່ກຽມພ້ອມທີ່ຈະຮ່ວມເດີນທາງກັບ ຫວຽດນາມ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາ ເສດຖະກິດ - ສັງຄົມໃຫ້ປະກົດຜົນເປັນຈິງ, ໃນນັ້ນໃຫ້ບຸລິມະສິດ ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຕົວເມືອງ, ພະລັງງານທົດແທນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ